UN “ຢູເອັນ” ເຜີຍແກັງສະແກມເມີ ໃຊ້ພາກພື້ນອາຊີ-ປາຊີຟິກ ເປັນຖານຫລອກເງີນໄປກວ່າ 1ແສນລ້ານໂດລາ$.

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC) ເຜີຍບົດລາຍງານສະບັບໃໝ່ ໃນປີ 2025, ປະຊາຊົນໃນພາກພື້ນອາຊີ-ປາຊີຟິກ (ອາຊີຕາເວັນອອກ, ອາຊີຕາເວັນອອກສຽງໃຕ້, ອົດສະຕຣາລີ ແລະ ນິວຊີແລນ) ໄດ້ສູນເສຍເງິນໃຫ້ກັບແກັງຄໍເຊັນເຕີ ແລະ ກຸ່ມມິດສາຊີບອອນລາຍ ສູງເຖິງ 88.300 ຫາ 114.100 ລ້ານໂດລາສະຫະລັດ.

ມູນຄ່າຄວາມເສຍຫາຍດັ່ງກ່າວ ແມ່ນສູງກວ່າລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫລາຍປະເທດໃນພາກພື້ນເສຍອີກ.

ບົດລາຍງານຍັງລະບຸຕື່ມອີກວ່າ ກຸ່ມອາດຊະຍາກອນເຫລົ່ານີ້ ໄດ້ຍົກລະດັບກົນໂກງຢ່າງຕໍ່ເນື່ອງ ໂດຍການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເຂົ້າມາຊ່ວຍໃນການສ້າງຂໍ້ຄວາມ, ປອມແປງສຽງ ແລະ ໃຊ້ລະບົບອັດຕະໂນມັດເພື່ອຊອກຫາຜູ້ເຄາະຮ້າຍ.

ນອກຈາກນີ້, ຍັງມີການຟອກເງິນຜ່ານເງິນສະກຸນດິຈິຕອນ (Cryptocurrency) ເຊິ່ງເຮັດໃຫ້ເຈົ້າໜ້າທີ່ຕິດຕາມ ແລະ ປາບປາມໄດ້ຍາກຂຶ້ນ.

ປັດຈຸບັນ ພົບວ່າມີຜູ້ຄົນຈາກກວ່າ 80 ປະເທດທົ່ວໂລກ ຖືກຫລອກລວງໃຫ້ໄປເຮັດວຽກໃນສູນຄໍເຊັນເຕີ. ພ້ອມກັນນັ້ນ, ເຄືອຂ່າຍຕົ້ມຕຸນຍັງເລັ່ງຂະຫຍາຍການຮັບສະໝັກຄົນທີ່ມີຄວາມສາມາດດ້ານພາສາເອີຣົບ ເພື່ອຂະຫຍາຍຖານຜູ້ເຄາະຮ້າຍໄປຍັງທະວີບອື່ນໆ.

ເຖິງແມ່ນວ່າຫລາຍປະເທດຈະມີມາດຕະການກວາດລ້າງຢ່າງໜັກໜ່ວງ, ແຕ່ກຸ່ມມິດສາຊີບພັດປ່ຽນວິທີການ ໂດຍຂະຫຍາຍຖານປະຕິບັດການໄປຍັງພື້ນທີ່ທີ່ມີການບັງຄັບໃຊ້ກົດໝາຍອ່ອນແອເຊັ່ນ: ກຸ່ມປະເທດໝູ່ເກາະປາຊີຟິກ ແລະ ບາງປະເທດໃນອາຟຣິກາ ເພື່ອຫລົບຫລີກການຈັບກຸມ ແລະ ສືບຕໍ່ເຄືອຂ່າຍຕົ້ມຕຸນຂອງພວກຕົນຕໍ່ໄປ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ