spot_img

ພາຍໃນປະເທດ

한국뉴스인사이트 특파원이 전하는 최신 한국 뉴스

정렬 기준

ລາວ ອອກຖະແຫຼງ ສາເຫດນັກທ່ອງທ່ຽວຕ່າງປະເທດ 6 ຄົນເສຍຊີວິດ ຍອ້ນເຫຼົ້າຜະສົມເມທານອນ ຢູ່ເມືອງວັງວຽງ ເມື່ອປີ 2024.

ໃນ ວັນທີ 17 ກໍລະກົດ 2026 ກະຊວງ ປກສ, ພັອ ຄໍາຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຖະແຫຼງຂ່າວກ່ຽວກັບກໍລະນີນັກທ່ອງທ່ຽວ ຈໍານວນໜຶ່ງ ໄປທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ ແລ້ວເຈັບປ່ວຍກະທັນຫັນ ແລະ ເສຍຊີວິດ ໃນໄລຍະເດືອນພະຈິກ 2024 ; ໂດຍມີ...

ທະນາຄານໂລກ ຄາດການ ເສດຖະກິດລາວ ເຕີບໂຕຫຼຸດລົງຢູ່ທີ່ 3.8% ໃນປີ 2026

ຍ້ອນຜົນກະທົບຈາກລາຄານໍ້າມັນໂລກທີ່ຜັນຜວນ ແລະ ເງິນເຟີ້ພາຍໃນປະເທດທີ່ດີດໂຕສູງຂຶ້ນ ຊຶ່ງອາດສົ່ງຜົນກະທົບໂດຍກົງຕໍ່ກຳລັງຊື້ຂອງຄົວເຮືອນ ໂດຍສະເພາະກຸ່ມຜູ້ມີລາຍໄດ້ນ້ອຍ ພ້ອມທັງຮຽກຮ້ອງໃຫ້ລັດຖະບານເລັ່ງຮັກສາສະຖຽນລະພາບ ແລະ ສືບຕໍ່ປະຕິຮູບໂຄງສ້າງເສດຖະກິດຢ່າງຈິງຈັງ. ອີງຕາມບົດລາຍງານການຕິດຕາມສະພາບເສດຖະກິດ ຂອງ ສປປ ລາວ ສະບັບເດືອນມິຖຸນາ 2026 ພາຍໃຕ້ຫົວຂໍ້ “ການເພີ່ມທະວີຄວາມຄືບໜ້າໃນການປະຕິຮູບທ່າມກາງຄວາມຜັນຜວນ” ລະບຸວ່າ ເຖິງແມ່ນວ່າ ສປປ ລາວ ຈະສາມາດປັບປຸງສະຖານະພາບເສດຖະກິດມະຫາພາກໃຫ້ດີຂຶ້ນໃນຕົ້ນປີນີ້ ໂດຍມີຄັງສຳຮອງເງິນຕາຕ່າງປະເທດ ເຖິງ 4.2 ຕື້ໂດລາສະຫະລັດໃນເດືອນມີນາທີ່ຜ່ານມາ...

ເຈົ້າໜ້າ ປກສ ຈັບພໍ່ຄ້າຢາເສບຕິດ 2 ຄົນ ພ້ອມຢາບ້າ 10 ລ້ານກວ່າແມັດ ; ເຮໂຣອິນ 6.5 kg ແລະ ຢາໄອສ໌ 1,235 kg.

ໃນວັນທີ 6 ມີຖຸນາ 2026 ເວລາ 02:00 ໂມງ ເຈົ້າໜ້າທີ່ ປກສ ສະຖານີແກ້ໄຂສຸກເສີນ ສະພັງເມິກ (1191) ກອງບັນຊາການ ປກສ ເມືອງໄຊທານີ ໄດ້ເຄືື່ອນໄຫວຕິດຕາມເປົ້າໝາຍຂົນສົ່ງຢາເສບຕິດ, ຕົກມາຮອດເວລາ 05:00 ໂມງ ພົບເຫັນລົດໃຫຍ່ທີ່ມີທ່າທາງພິລຸດ 2 ຄັນຄື : ລົດໃຫຍ່ປະເພດລົດຈິບ...

ການນຳແຂວງຄຳມ່ວນ ລົງກວດກາຄວາມຄືບໜ້າໂຄງການຍົກລະດັບທາງຫຼວງແຫ່ງຊາດເລກທີ 12 ມູນຄ່າ 1.833 ຕື້ບາດ.

ໃນວັນທີ 10 ມິຖຸນາ, ເລຂາທິການຄະນະພັກແຂວງ ແລະ ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະຜູ້ແທນ ໄດ້ລົງກວດກາຄວາມຄືບໜ້າຂອງໂຄງການຍົກລະດັບທາງຫຼວງແຫ່ງຊາດເລກທີ 12. ໂຄງການຍົກລະດັບທາງຫຼວງແຫ່ງຊາດເລກທີ 12 ເລີ່ມຕົ້ນທີ່ຈຸດຕັດກັບທາງຫຼວງແຫ່ງຊາດເລກທີ 13 ໃຕ້ ທີ່ເມືອງທ່າແຂກ ແລະ ສິ້ນສຸດທີ່ດ່ານຊາຍແດນສາກົນນາພ້າວ ຊາຍແດນລາວ-ຫວຽດນາມ. ເສັ້ນທາງຫຼັກມີຄວາມຍາວ 144 ກິໂລແມັດ, ພ້ອມກັບທາງອ້ອມທ່າແຂກ 4 ກິໂລແມັດ, ເຮັດໃຫ້ຄວາມຍາວທັງໝົດຂອງໂຄງການເປັນ...

ລາວໃຫ້ຄວາມສຳຄັນກັບຄວາມພະຍາຍາມກຳຈັດການຄ້າມະນຸດ ໃນການແຜນການປີ 2026-2030

ວຽງຈັນ, ວັນທີ 10 ມິຖຸນາ - ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງລາວໄດ້ກຳນົດບຸລິມະສິດສຳລັບແຜນການປີ 2026-2030, ໂດຍໃຫ້ຄວາມສຳຄັນກັບການກຳຈັດການຄ້າມະນຸດ. ຄະນະກຳມະການໄດ້ຈັດກອງປະຊຸມທີ່ນະຄອນຫຼວງວຽງຈັນຂອງລາວໃນວັນຈັນເພື່ອທົບທວນການຈັດຕັ້ງປະຕິບັດຄວາມພະຍາຍາມຕ້ານການຄ້າມະນຸດຕັ້ງແຕ່ປີ 2021 ຫາ 2025 ແລະ ກຳນົດບຸລິມະສິດສຳລັບແຜນການປີ 2026-2030, ອີງຕາມບົດລາຍງານຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວໃນວັນພຸດ. ໃນລະຫວ່າງກອງປະຊຸມ, ທ່ານ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວກ່າວວ່າ ລາວຍັງໄດ້ຮັບຜົນກະທົບຈາກການຄ້າມະນຸດໃນຮູບແບບຕ່າງໆ. ເພື່ອຕອບສະໜອງ,...

ໂຄງການກໍ່ສ້າງ ຂົວຂ້າມນໍ້າເຊໂດນ ຄືບໜ້າ 62% ຄາດວ່າຈະສຳເລັດ ແລະ ເປີດໃຊ້ໃນກາງເດືອນ 7 ນີ້.

ໃນອາທິດຜ່ານມານີ້, ທ່ານ ຫຸ່ມພັນ ນິນໄຊຍະລາດ ປະຈໍາກອງກໍ່ສ້າງຂົວຂ້າມນໍ້າເຊໂດນ ໄດ້ລາຍງານ ກ່ຽວກັບຄວາມຄືບໜ້າ ຂອງໂຄງການກໍ່ສ້າງຂົວຂ້າມນໍ້າເຊໂດນວ່າ ມີຄວາມຄືບໜ້າໃນການກໍ່ສ້າງຈັດຕັ້ງປະຕິບັດໄປແລ້ວເຖິງ 62%. ໂຄງການນີ້ ເລີ່ມລົງມືຈັດຕັ້ງປະຕິບັດ ແລະ ກະກຽມໜ້າວຽກຕ່າງໆ ມາຕັ້ງແຕ່ຊ່ວງກາງເດືອນມີນາ (ເດືອນ 3) ທີ່ຜ່ານມາ.ໂຄງສ້າງຂົວເປັນໂຄງສ້າງເຫລັກ, ພື້ນເບຕົງເສີມເຫລັກ ມີຄວາມຍາວທັງໝົດ 210 ແມັດ. ໃນນີ້, ເສັ້ນທາງເຂົ້າຂົວພາກບົວລະພາ : ມີຄວາມຍາວ...

ນາຍົກ ອອກຖະແຫລງ ອວຍພອນເນື່ອງໃນໂອກາດວັນເດັກສາກົນ 1 ມິຖຸນາ 2026

– ບັນດາທ່ານ ທີ່ນັບຖື, – ຫລານນ້ອຍອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າ ທີ່ຮັກແພງ. ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2026 ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 101 ປີ, ໃນນາມ ຕາງໜ້າໃຫ້ການນໍາພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຮັກແພງ, ຄວາມຫ່ວງໄຍ ແລະ ຄໍາອວຍພອນອັນປະເສີດ...

ລັດຖະບານ ເປີດກອງປະຊຸມສະໄໝສາມັນ ປະຈໍາເດືອນພຶດສະພາ 2026

ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: 1. ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງຄື: ການປະຕິບັດວຽກຈຸດສຸມພົ້ນເດັ່ນປະຈໍາເດືອນພຶດສະພາ ແລະ ທິດທາງແຜນການປະຈຳເດືອນມິຖຸນາ 2026 ຂອງລັດຖະບານ ແລະ ທິດຜັນຂະຫຍາຍຜົນກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII; ສະພາບພົ້ນເດັ່ນພາກພື້ນ ແລະ...

ລາວ ອອກຄຳເຕືອນເລັ່ງດ່ວນເນື່ອງຈາກລະດັບ PM2.5 ທີ່ເພີ່ມຂຶ້ນສູງໃນທົ່ວປະເທດ.

ກົມສິ່ງແວດລ້ອມພາຍໃຕ້ກະຊວງກະສິກຳ ແລະ ສິ່ງແວດລ້ອມໄດ້ອອກຄຳເຕືອນດ່ວນຍ້ອນວ່າລະດັບມົນລະພິດທາງອາກາດ PM2.5 ເພີ່ມຂຶ້ນເຖິງລະດັບອັນຕະລາຍໃນທົ່ວປະເທດ, ເຊິ່ງກໍ່ໃຫ້ເກີດຄວາມສ່ຽງຮ້າຍແຮງຕໍ່ສຸຂະພາບຂອງປະຊາຊົນ. ເຈົ້າໜ້າທີ່ກ່າວວ່າ ໝອກຄວັນທີ່ຮ້າຍແຮງຂຶ້ນແມ່ນເກີດຈາກສະພາບອາກາດແຫ້ງແລ້ງ ແລະ ຈຸດຮ້ອນໄຟໄໝ້ທີ່ເພີ່ມຂຶ້ນຢ່າງໄວວາລະຫວ່າງວັນທີ 9 ຫາ 12 ເມສາ. ເຈົ້າໜ້າທີ່ລາຍງານວ່າມີຈຸດຮ້ອນ 1,161 ຈຸດໃນວັນທີ 9 ເມສາ, ເພີ່ມຂຶ້ນເປັນ 2,288 ຈຸດໃນວັນທີ 10 ເມສາ, ກ່ອນທີ່ຈະຫຼຸດລົງເປັນ...

ກະຊວງ ຍທຂ ຮ່ວມກັບ ກະຊວງ ອຄ ຫາລື ຄຸ້ມຄອງມາດຕະຖານສິນຄ້າ ເພື່ອປົກປ້ອງຜູ້ບໍລິໂພກ.

ວັນທີ 10 ເມສາ 2026 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອແກ້ໄຂວຽກງານຈຸດສຸມເຄັ່ງຮ້ອນຮ່ວມກັນ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ໂຍທາທິການ ແລະ ຂົນສົ່ງ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ...

매일 업데이트 받기

하루를 시작하세요 가장 중요한 북한 이야기 코리아뉴스가 선정한

가장 인기 많은