ໃນອາທິດຜ່ານມານີ້, ທ່ານ ຫຸ່ມພັນ ນິນໄຊຍະລາດ ປະຈໍາກອງກໍ່ສ້າງຂົວຂ້າມນໍ້າເຊໂດນ ໄດ້ລາຍງານ ກ່ຽວກັບຄວາມຄືບໜ້າ ຂອງໂຄງການກໍ່ສ້າງຂົວຂ້າມນໍ້າເຊໂດນວ່າ ມີຄວາມຄືບໜ້າໃນການກໍ່ສ້າງຈັດຕັ້ງປະຕິບັດໄປແລ້ວເຖິງ 62%.
ໂຄງການນີ້ ເລີ່ມລົງມືຈັດຕັ້ງປະຕິບັດ ແລະ ກະກຽມໜ້າວຽກຕ່າງໆ ມາຕັ້ງແຕ່ຊ່ວງກາງເດືອນມີນາ (ເດືອນ 3) ທີ່ຜ່ານມາ.ໂຄງສ້າງຂົວເປັນໂຄງສ້າງເຫລັກ, ພື້ນເບຕົງເສີມເຫລັກ ມີຄວາມຍາວທັງໝົດ 210 ແມັດ.
ໃນນີ້, ເສັ້ນທາງເຂົ້າຂົວພາກບົວລະພາ : ມີຄວາມຍາວ 370 ແມັດ ແລະ ເສັ້ນທາງເຂົ້າຂົວພາກເມືອງຄົງເຊໂດນ ມີຄວາມຍາວ 1.5 ກິໂລແມັດ, ແຕ່ລະສົ້ນຂົວແມ່ນເທເບຕົງເສີມເຫລັກເບື້ອງລະ 30 ແມັດ ແລະ ມີຄວາມກວ້າງ 12 ແມັດ, ເສັ້ນທາງສັນຈອນທົ່ວໄປແມ່ນເປັນທາງປູຢາງ ມີຄວາມກວ້າງ 9 ແມັດ.
ເພື່ອໃຫ້ທັນຕາມກໍານົດເວລາທີ່ວາງໄວ້, ປັດຈຸບັນ ທາງທີມງານ ພວມສຸມໃສ່ຈັດຕັ້ງປະຕິບັດໃນ 3 ໜ້າວຽກຫລັກ ໂດຍເລັ່ງເທເບຕົງທາງເຂົ້າຂົວທັງສອງເບື້ອງ ເບື້ອງລະ 30 ແມັດ, ກໍ່ສ້າງລະບົບປ້ອງກັນດິນເຈື່ອນ ເພື່ອຄວາມປອດໄພໄລຍະຍາວ ແລະ ວຽກກໍ່ສ້າງປູຢາງໜ້າທາງ ເພື່ອຄວາມສະດວກໃນການສັນຈອນ.
ທ່ານ ຫຸ່ມພັນ ນິນໄຊຍະລາດ ກ່າວຢືນຢັນ: ການກໍ່ສ້າງຂົວ ແລະ ເສັ້ນທາງເຂົ້າຂົວແຫ່ງນີ້ ຄາດວ່າຈະໃຫ້ສໍາເລັດສົມບູນໃນ ກາງເດືອນກໍລະກົດ (ເດືອນ 7) ທີ່ຈະມາເຖິງນີ້ຢ່າງແນ່ນອນ ຕາມລາຍງານ ຂ່າວ ເມືອງຄົງເຊໂດນ.






