ລາວ ອອກຖະແຫຼງ ສາເຫດນັກທ່ອງທ່ຽວຕ່າງປະເທດ 6 ຄົນເສຍຊີວິດ ຍອ້ນເຫຼົ້າຜະສົມເມທານອນ ຢູ່ເມືອງວັງວຽງ ເມື່ອປີ 2024.

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ໃນ ວັນທີ 17 ກໍລະກົດ 2026 ກະຊວງ ປກສ, ພັອ ຄໍາຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຖະແຫຼງຂ່າວກ່ຽວກັບກໍລະນີນັກທ່ອງທ່ຽວ ຈໍານວນໜຶ່ງ ໄປທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ ແລ້ວເຈັບປ່ວຍກະທັນຫັນ ແລະ ເສຍຊີວິດ ໃນໄລຍະເດືອນພະຈິກ 2024 ; ໂດຍມີ ຕາງໜ້າຈາກ ກະຊວງ ປກສ, ກະຊວງການຕ່າງປະເທດ ແລະ ຕາງໜ້າຈາກສະຖານທູດບັນດາປະເທດ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂດຍ ພັອ ຄໍາຟອງ ວົງດາລາແສນ ກ່າວວ່າ ພາຍຫຼັງໄດ້ຮັບອະນຸຍາດຈາກການຈັດຕັ້ງຂັ້ນເທິງ ຕາງໜ້າໃຫ້ຄະນະຮັບ ຜິດຊອບໃນການດໍາເນີນຄະດີ ຂໍແຈ້ງຜົນຂອງການສືບ ສວນ-ສອບສວນ ແລະ ເກັບກຳຂໍ້ມູນຫຼັກຖານ ຕໍ່ເຫດການນັກທ່ອງທ່ຽວ ໄດ້ມາທ່ອງທ່ຽວຢູ່ເມືອງວັງວຽງ ແຂວງ ໃນເດືອນພະຈິກ 2024 ແລ້ວເກີດມີການເຈັບເປັນກະທັນຫັນ ແລະ ເສຍຊີວິດ ໃນເວລາຕໍ່ມາ, ມີຄື :

1. ທ້າວ ເຈມ ລຸຍ ຮາດຊັນ ສັນຊາດ ອາເມລິກາ,
2. ນາງ ແອນນີ້ ໂຊເ ຟຍອໍ ຄິວ,
3. ນາງ ຟີຈາ ເວັນເນີວາດ ສັນຊາດ ເດັນມາກ,
4. ນາງ ໂຮນລິເຈນນີ,
5. ນາງ ຈອນ ບີແອນກາ ສັນຊາດ ອົດສະຕຮາລີ
6. ນາງ ໄຊມອນ ແຄັດເທີລີນ ໄວ້ ສັນຊາດ ອັງກິດ.

ຜ່ານການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນໃນເບື້ອງຕົ້ນຂອງເຈົ້າໜ້າທີ່ ປກສ ແຂວງວຽງຈັນ ໄດ້ຮັບແຈ້ງວ່າເມື່ອ ວັນທີ 14 ພະຈິກ 2024 ມີຄົນຕ່າງປະເທດ ສັນຊາດອາເມລິກາ 1 ຄົນ ເສຍຊີວິດຢູ່ໂຮງໝໍເມືອງວັງວຽງ ແຂວງວຽງຈັນ.

ຈາກນັ້ນ, ເຈົ້າໜ້າທີ່ ກໍໄດ້ຮີບຮ້ອນແຕ່ງຕັ້ງເຈົ້າໜ້າວິຊາສະເພາະ ທີ່ກ່ຽວຂ້ອງ ປະສານສົມທົບກັບ ປກສ ເມືອງວັງວຽງ ເກັບກຳຂໍ້ມູນ ແລະ ກວດກາຊາກສົບ ຢູ່ໂຮງໝໍເມືອງວັງວຽງ ພ້ອມທັງລົງໄປເກັບກຳຂໍ້ມູນ ແລະ ກວດກາຊັນນະສູດສະຖານເກີດເຫດ ຢູ່ໂຮງແຮມນານາ ແບັກແພັກເກີ ຫ້ອງເບີ 205 ເຊິ່ງເປັນບ່ອນຜູ້ກ່ຽວພັກເຊົາ ຈຶ່ງຮູ້ວ່າ ຜູ້ກ່ຽວແມ່ນໄດ້ເສຍຊີວິດ ແຕ່ວັນທີ 13 ພະຈິກ 2024 ຢູ່ທີ່ໂຮງແຮມດັ່ງກ່າວ, ພະນັກງານຂອງໂຮງແຮມ ໄດ້ເຄື່ອນຍ້າຍຊາກສົບໄປໄວ້ໂຮງໝໍເມືອງວັງວຽງ.

ຜ່ານການລົງເກັບກຳຂໍ້ມູນ ແລະ ກວດກາຊັນນະສູດສະຖານທີ່ເກີດເຫດຕົວຈິງ ໄດ້ພົບເຫັນຢາກິນ ຈໍານວນໜຶ່ງຢູ່ຂ້າງກະເປົາເຄື່ອງ, ພົບເຫັນແກ້ວເບຍລາວ ຢູ່ຂ້າງຕຽງນອນ ຈໍານວນ 6 ແກ້ວ. ໃນນັ້ນ, ໄດ້ດື່ມໝົດແລ້ວ 4 ແກ້ວ ແລະ ຍັງບໍ່ທັນດື່ມ 2 ແກ້ວ, ພົບເຫັນແກ້ວເຫຼົ້າ VODKA ໄທເກີ ຈໍານວນ 3 ແກ້ວ ໃນນັ້ນ, ດື່ມໝົດແລ້ວ 2 ແກ້ວ ດື່ມບໍ່ທັນໝົດ 1 ແກ້ວ, ພົບເຫັນຕຸກນໍ້າເຊເວັນອັບ ສີຂຽວ 1 ຕຸກ ທີ່ດື່ມໝົດແລ້ວ, ພົບເຫັນນໍ້າດື່ມ 2 ຕຸກ ຍີ່ຫໍ້ຫົວເສືອ ແລະ ຍີ່ຫໍ້ນໍ້າທິບ ແລະ ໄດ້ພົບເຫັນຈົດໝາຍ ທີ່ມີເນື້ອໃນຂຽນລາຕາຍ ຢູ່ຫ້ອງນອນຂອງຜູ້ກ່ຽວ.

ຫຼັງຈາກນັ້ນ, ເຈົ້າໜ້າທີ່ ໄດ້ແຈ້ງໃຫ້ສະຖານທູດອາເມລິກາ ເພື່ອຊາບກ່ຽວກັບການເສຍຊີວິດ; ໃນເວລາເຈົ້າໜ້າທີ່ ລົງໄປເກັບກຳຂໍ້ມູນ, ກວດກາສະຖານທີ່ເກີດເຫດເພື່ອທຳການຊັນນະສູດຊາກສົບ ແຕ່ຖືກປະຕິເສດ ຈາກຍາດພີ່ນ້ອງຄອບຄົວຂອງຜູ້ເສຍຊີວິດ ບໍ່ອະນຸຍາດໃຫ້ເຈົ້າໜ້າທີ່ທຳການຊັນນະສູດຊາກສົບ.

ສະນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ເຮັດບົດບັນທຶກ ມອບ-ຮັບ ຊາກສົບ ສະບັບລົງວັນທີ 14 ພະຈິກ 2024 ເພື່ອໃຫ້ຄອບຄົວ, ຍາດພີ່ນ້ອງ ນໍາໄປທໍາພິທິຊາປະນາກິດສົບຕາມຮິດຄອງ ແລະ ປະເພນີຂອງເຂົາເຈົ້າ.

ນອກຈາກເຫດການທີ່ກ່າວມາຂ້າງເທິງນັ້ນ, ເຈົ້າໜ້າທີ່ພວກເຮົາ ຍັງໄດ້ຮັບຂໍ້ມູນຈາກພະນັກງານໂຮງແຮມນານາ ແບັກແພັກເກີ ວ່າ ມີນັກທ່ອງທ່ຽວສັນຊາດ ເດັນມາກ ຈໍານວນ 2 ຄົນ ມີອາການຫາຍໃຈຝືດ, ວິນຫົວ, ປວດຮາກ ຈຶ່ງ ໄດ້ນໍາສົ່ງໂຮງໝໍເມືອງວັງວຽງ ແຕ່ຍ້ອນອາການຂອງພວກກ່ຽວໜັກ, ຈຶ່ງໄດ້ນໍາສົ່ງມາປິ່ນປົວຕໍ່ ຢູ່ໂຮງໝໍ 103 ຢູ່ນະຄອນຫຼວງວຽງຈັນ ແລ້ວເສຍຊີວິດ ໃນເວລາຕໍ່ມາ.

ເຈົ້າໜ້າທີ່ວິຊາສະເພາະຂອງພວກເຮົາ ຈະຊັນນະສູດສາກສົບ ເພື່ອຊອກຫາສາເຫດຂອງການເສຍຊີວິດ ແຕ່ຖືກປະຕິເສດ ຈາກຍາດພີ່ນ້ອງຄອບຄົວຂອງຜູ້ເສຍຊີວິດ ທັງ 2 ບໍ່ອະນຸຍາດໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ທຳການກວດກາຊັນນະສູດຊາກສົບ.

ຕໍ່ເຫດການທີ່ມີນັກທ່ອງທ່ຽວ ສັນຊາດ ອົດສະຕຣາລີ ຈໍານວນ 2 ຄົນ ເສຍຊີວິດ, ເຈົ້າໜ້າທີ່ ພວກເຮົາ ໄດ້ຮັບຂໍ້ມູນຜ່ານສື່ສັງຄົມອອນລາຍ ຈາກປະເທດໄທ, ເມື່ອເຫັນຂ່າວຄືດັ່ງກ່າວ ກະຊວງປ້ອງກັນຄວາມສະຫງົບ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ປະສານສົມທົບກັບກອງບັນຊາການ ປກສ ແຂວງວຽງຈັນ ແລະ ກອງບັນຊາການ ປກສ ເມືອງວັງວຽງ ເພື່ອລົງເກັບກຳຂໍ້ມູນ ຢູ່ພື້ນທີ່ ຈຶ່ງຮູ້ວ່າ : ໃນວັນທີ 9 ພະຈິກ 2024 ພວກກ່ຽວໄດ້ເຂົ້າມາພັກເຊົ່າ ຢູ່ ໂຮງແຮມ ນານາ ແບັກເພັກເກີ, ຫ້ອງ ເບີ 112 ເມືອງວັງວຽງ ແລະ ໃນເວລາທີ່ພວກກ່ຽວມາພັກເຊົ່າ ຢູ່ທີ່ໂຮງແຮມ ເຈົ້າໜ້າທີ່ພວກເຮົາ ແມ່ນບໍ່ສາມາດຮູ້ໄດ້ວ່າ ພວກກ່ຽວໄດ້ໄປທ່ຽວຫຼິ້ນ, ດື່ມ ແລະ ກິນຫຍັງຢູ່ໃສແດ່, ຕົກມາຮອດວັນທີ 13 ພະຈິກ 2024 .

ຜູ້ກ່ຽວທັງສອງ ແມ່ນມີອາການເຈັບປ່ວຍ ຈຶ່ງໄດ້ຖືກນໍາຕົວ ສົ່ງໄປປິ່ນປົວ ຢູ່ໂຮງໝໍເມືອງວັງວຽງ, ເຊິ່ງແພດໝໍ ໄດ້ເອົາໃຈໃສ່ໃນການປິ່ນປົວຕາມຫຼັກວິຊາການຂອງແພດທຸກຢ່າງ, ແຕ່ອາການຂອງຄົນເຈັບຍັງບໍ່ດີຂຶ້ນ ຈຶ່ງໄດ້ນໍາສົ່ງຄົນເຈັບໄປປິ່ນປົວຕໍ່ ທີ່ໂຮງໝໍເສດຖາທິລາດ ທີ່ນະຄອນຫຼວງວຽງຈັນ ແລະ ໃນວັນດຽວກັນໂຮງໝໍດັ່ງກ່າວ ກໍໄດ້ປະສານ ໄປຍັງຫ້ອງການພົວພັນຕ່າງປະເທດ ກະຊວງສາທາລະນະສຸກ ເພື່ອແຈ້ງໃຫ້ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ຮັບຊາບ.

ຈາກນັ້ນ, ສະຖານທູດອົດສະຕາລີ ກໍໄດ້ສະເໜີ ເອົາພວກກ່ຽວໄປປິ່ນປົວ ຢູ່ທີ່ປະເທດໄທ ຕາມຈຸດປະສົງຂອງຄອບຄົວພໍ່-ແມ່ຂອງຄົນເຈັບ, ມາຮອດເວລາ 18:34 ໂມງ ຂອງວັນທີ 13 ພະຈິກ 2024 ລົດໂຮງໝໍ ກຸງເທບ-ອຸດອນ ປະເທດໄທ ໄດ້ມາຮັບເອົາຄົນເຈັບ ຂ້າມໄປປິ່ນປົວຢູ່ປະເທດໄທ ແລະ ຢູ່ຕໍ່ມາໄລຍະໜຶ່ງ ຈຶ່ງເຫັນຂ່າວຜ່ານສື່ສັງຄົມອ່ອນລາຍ ປະເທດໄທ ວ່າ ມີນັກທ່ອງທ່ຽວ ສັນຊາດອົດສະຕຣາລີ ມາທ່ຽວວັງວຽງ ແລ້ວເສຍຊີວິດ.

ສໍາລັບກໍລະນີການເສຍຊີວິດຂອງນັກທ່ອງທ່ຽວ ສັນ ຊາດອັງກິດ ຈຳນວນ 1 ຄົນຊື່ ນາງ ໄຊ ມອນ ແຄັດເທີລີນ ໄວ້, ຜ່ານການເກັບກຳຂໍ້ມູນ ແລະ ໄດ້ປະສານສົມທົບພາກສ່ວນກ່ຽວຂ້ອງ ເກັບກຳຂໍ້ມູນການເຄື່ອນໄຫວຂອງຜູ້ກ່ຽວ, ໃນໄລຍະທ່ອງທ່ຽວ ຢູ່ ສປປ ລາວ ຊຶ່ງບໍ່ສາມາດຮູ້ໄດ້ວ່າ ຜູ້ກ່ຽວໄປທ່ຽວໃສແດ່, ມີພຽງຂໍ້ມູນການຢັ້ງຢືນຈາກໂຮງໝໍກະເສມຣາດ ນະຄອນຫຼວງວຽງຈັນ ວ່າ ໃນວັນທີ 13 ພະຈິກ 2024 ຜູ້ກ່ຽວໄດ້ຖືກນໍາສົ່ງຈາກໂຮງໝໍມະໂຫສົດ ມາປິ່ນປົວຢູ່ໂຮງໝໍກະເສມຣາດ ໃນສະພາບບໍ່ຮູ້ສຶກຕົວ, ບໍ່ສາມາດຕອບສະໜອງໄດ້ ແລະ ກໍໄດ້ເສຍຊີວິດ ໃນວັນທີ 21 ພະຈິກ 2024.

ສະນັ້ນ, ຕໍ່ກັບເຫດການເສຍຊີວິດຂອງຄົນຕ່າງປະເທດໃນຄັ້ງນີ້ ເຈົ້າໜ້າທີ່ພວກເຮົາ ສາມາດສະຫຼຸບຜົນການສືບສວນ-ສອບສວນ ໄດ້ດັ່ງນີ້ :

1. ຕໍ່ກັບເຫດການເສຍຊີວິດຂອງທ້າວ ເຈມຫຼຸຍ ຮາດຊັນ, ສັນຊາດອາເມລິກາ ເສຍຊີວິດຢູ່ຫ້ອງ ເບີ 205 ໂຮງ ແຮມນານາແບັກແພັກເກີ ແລະ ພະນັກງານໂຮງແຮມໄດ້ເຄື່ອນຍ້າຍຊາກສົບຂອງ ຜູ້ກ່ຽວໄປໂຮງໝໍເມືອງວັງວຽງ ແທນທີ່ຈະແຈ້ງໃຫ້ເຈົ້າໜ້າທີ່ ລົງໄປເກັບກຳຂໍ້ມູນ ແລະ ກວດກາຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບ ກ່ອນມີການເຄື່ອນຍ້າຍ. ຜ່ານການ ເກັບກໍຂໍ້ມູນຫຼັກຖານຢ່າງລະອຽດຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ຕາມກົດໝາຍແລ້ວ, ເຈົ້າໜ້າທີ່ພວກເຮົາ ໄດ້ດໍາເນີນຄະດີຕໍ່ເຈົ້າຂອງໂຮງແຮມ ແລະ ພະນັກງານ ລວມທັງໝົດ ຈໍານວນ 10 ຄົນ ໃນຂໍ້ກ່າວຫາ ການທໍາລາຍຫຼັກຖານ ສົ່ງໃຫ້ອົງການໄອຍະການປະຊາຊົນ ເຂດ 2 ແຂວງວຽງຈັນ ສັ່ງຟ້ອງຂຶ້ນສານ ແລະ ສານປະຊາຊົນ ເຂດ 2 ແຂວງວຽງຈັນ ກໍໄດ້ນໍາເອົາຄະດີດັ່ງກ່າວມາພິຈາລະນາຕັດສິນລົງໂທດພວກກ່ຽວ 10 ຄົນ ໃນສະຖານ ການທໍາລາຍຫຼັກຖານ ຕາມມາດຕາ 383 ຂອງປະມວນກົດໝາຍອາຍາ.

ຕໍ່ຄໍາຕັດສິນດັ່ງກ່າວ, ອົງການໄອຍະການປະຊາຊົນເຂດ 2 ແຂວງວຽງຈັນ ເຫັນວ່າ ການວາງໂທດຂອງສານໃສ່ພວກຈຳເລີຍ ບໍ່ທັນຖືກຕ້ອງກັບລັກສະນະຄວາມເປັນອັນຕະລາຍຂອງການກະທໍາຜິດ ຈຶ່ງໄດ້ສະເໜີຄັດຄ້ານຄໍາຕັດສິນດັ່ງກ່າວ ໄປຍັງສານປະຊາຊົນແຂວງວຽງຈັນ ເພື່ອໃຫ້ພິຈາລະນາ.

2. ຕໍ່ກັບເຈົ້າຂອງໂຮງງານປຸງແຕ່ງເຫຼົ້າ VODKA ໄທເກີ ແລະ ເຄື່ອງດື່ມໄທເກີ, ສ່ວນບຸກຄົນ ທີ່ຕັ້ງຢູ່ບ້ານໄຊມຸງຄຸນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ເບື້ອງຕົ້ນ ເຈົ້າໜ້າທີ່ພວກເຮົາ ໄດ້ດໍາເນີນຄະດີຕໍ່ກັບຜູ້ກ່ຽວໃນສະຖານ ການລະເມີດລະບຽບການກ່ຽວກັບຄວາມປອດໄພຂອງອາຫານ ແລະ ສຸຂາອານາໄມ ມາດຕາ 183 ແລະ ການດໍາເນີນທຸລະກິດ ໂດຍບໍ່ຖືກຕ້ອງຕາມກົດໝາຍມາດຕາ 297 ຂອງປະມວນກົດໝາຍອາຍາ ແລະ ໄດ້ສະຫຼຸບສົ່ງສໍານວນຄະດີ ໃຫ້ອົງການໄອຍະການປະຊາຊົນ ແຂວງວຽງຈັນ ເພື່ອດໍາເນີນຕາມຂັ້ນຕອນຂອງກົດໝາຍ, ແຕ່ຜ່ານການກວດກາຂອງອົງການໄອຍະການປະຊາຊົນຂວງວຽງຈັນ ເຫັນວ່າໂດນອີງໃສ່ເຫດການ ແລະ ຂໍ້ມູນຫຼັກຖານທີ່ບໍ່ທັນໜັກແໜ້ນວ່າ : ເຈົ້າຂອງໂຮງງານເຫຼົ້າດັ່ງກ່າວ ມີຄວາມຜິດໃນສະຖານການລະເມີດ ລະບຽບການກ່ຽວກັບຄວາມປອດໄພຂອງອາຫານ ແລະ ສຸຂາອານາໄມ ມາດຕາ 183 ຂອງ ປະມວນກົດໝາຍອາຍາ, ອົງການໄອຍະການປະຊາຊົນ ແຂວງ ວຽງຈັນ ຈຶ່ງໄດ້ອອກຄໍາສັ່ງຊັດມ້ຽນຕໍ່ຂໍ້ກ່າວຫາດັ່ງກ່າວ ຕາມມາດຕາ 148 ຂໍ້ 2 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ແລະ ໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນໃສ່ໃນຂໍ້ກ່າວຫາ: ການຜະລິດ, ການຂາຍເຄື່ອງບໍລິໂພກ ທີ່ເປັນອັນຕະລາຍຕໍ່ສຸຂະພາບ, ຕາມມາດຕາ 275 ຂອງປະມວນກົດໝາຍອາຍາ ແລະ ໄດ້ຖະແຫຼ່ງສັ່ງຟ້ອງເຈົ້າຂອງໂຮງງານເຫຼົ້າດັ່ງກ່າວ ຕາມມາດຕາ 275 ແລະ ມາດຕາ 297 ຂອງ ປະມວນກົດໝາຍອາຍາ ໃຫ້ສານປະຊາຊົນ ແຂວງ ວຽງຈັນ ຕາມສະໂນດນໍາສົ່ງ ສະບັບເລກທີ 164/ອຍກ.ວຈ, ລົງວັນທີ 8 ມິຖຸນາ 2026 ເພື່ອພິຈາລະນາຕັດສິນຕາມກົດໝາຍ.

3. ຕໍ່ກັບເຫດການນັກທ່ອງທ່ຽວເສຍຊີວິດ ຈໍານວນ 5 ຄົນຄື: ສັນຊາດ ເດັ່ນມາກ ຈໍານວນ 2 ຄົນ, ສັນຊາດອົດສະຕາລີ ຈໍານວນ 2 ຄົນ ແລະ ຄົນສັນຊາດ ອັງກິດຈໍານວນ 1 ຄົນ ເຈົ້າໜ້າທີ່ ພວກເຮົາໄດ້ເປີດການສືບສວນ-ສອບສວນໃສ່ເຫດການດັ່ງກ່າວ ຕາມກົດໝາຍ, ແຕ່ມາເຖິງ ປັດຈຸບັນນີ້ ພວກເຮົາບໍ່ທັນມີຂໍ້ມູນຫຼັກຖານ ທີ່ສາມາດຢັ້ງຢືນໄດ້ວ່າ ການເສຍຊີວິດຂອງນັກທ່ອງທ່ຽວ ຈໍານວນ 5 ຄົນດັ່ງກ່າວ ເກີດຈາກການກະທໍາຂອງບຸກຄົນໃດ ຫຼື ຈາກສາເຫດໃດ ເນື່ອງຈາກວ່າ: ເຈົ້າໜ້າທີ່ບໍ່ໄດ້ທຳການຊັນນະສູດຊາກສົບຈໍານວນດັ່ງກ່າວ.

ໃນໄລຍະການດໍາເນີນການສືບສວນ-ສອບສວນ ຕໍ່ເຫດການນັກທ່ອງທ່ຽວ ຈໍານວນ 5 ຄົນ ເສຍຊີວິດນັ້ນ, ເຈົ້າໜ້າທີ່ຕຳຫຼວດກໍໄດ້ຮັບຂໍ້ມູນທີ່ເປັນປະໂຫຍດຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນ ຜົນການວິໄຈຂອງສູນວິໄຈອາຫານ ແລະ ຢາ ກະຊວງສາທາລະນະສຸກ ທີ່ພົບວ່າ ມີສານເມຕາໂນນ ເກີນມາດຕະຖານຢູ່ໃນເຫຼົ້າ VODKA ໄທເກີ ແລະ ຂໍ້ມູນທີ່ສະຖານທູດອົດສະຕຣາລີ ໄດ້ສະໜອງໃຫ້ ໂດຍສະເພາະຂໍ້ມູນການຢັ້ງຢືນຂອງໂຮງໝໍເອກອຸດອນ ປະເທດໄທ ທີ່ໄດ້ລະບຸວ່າ ພົບສານເມຕາໂນນ ຢູ່ໃນເລືອດຂອງນັກທ່ອງທ່ຽວສັນຊາດ ອົດສະຕຣາລີ ຈໍານວນ 2 ຄົນທີ່ ເສຍຊີວິດ.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຍັງຈະໄດ້ສືບຕໍ່ເກັບກຳ ແລະ ຮີບໂຮມຂໍ້ມູນ ຫຼັກຖານຢ່າງລະອຽດ ຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສ ຕາມກົດໝາຍ ມາດຕາ 41 ສະພາບການທີ່ຕ້ອງຊອກຫາຄວາມຈິງ, ມາດຕາ 42 ການບໍ່ຖືເປັນຫຼັກຖານ, ມາດຕາ 43 ການເກັບໂຮມຫຼັກຖານ, ມາດຕາ 44 ການກວດກາ ແລະ ຊັ່ງຊາຕີລາຄາຫຼັກຖານ ແລະ ມາດຕາ 45 ອົງການການດໍາເນີນຄະດີອາຍາ ຂອງກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ ສະບັບປັບປຸງປີ 2017.

ຕໍ່ເຫດການ, ການດໍາເນີນຄະດີທີ່ກ່າວມາຂ້າງເທິງນັ້ນ ຜ່ານມາເຈົ້າໜ້າທີ່ກໍໄດ້ຮັບການປະສານສົມທົບແລກປ່ຽນຂໍ້ມູນທີ່ເປັນປະໂຫຍດກັບສະຖານທູດຂອງບັນດາປະເທດທີ່ມີພົນລະເມືອງຂອງຕົນເສຍຊີວິດເປັນແຕ່ໄລຍະ ເພື່ອແລກປ່ຽນຂໍ້ມູນເຊິ່ງກັນແລະກັນ ໃນການດໍາເນີນຄະດີ.

4. ຕໍ່ກັບໂຮງແຮມນານາແບັກແພັກເກີ ທີ່ພວກກ່ຽວໄດ້ເຂົ້າໄປພັກເຊົ່າ, ເຈົ້າໜ້າທີ່ຂອງພວກເຮົາ ແມ່ນໄດ້ໃຫ້ໂຈະການດໍາເນີນກິດຈະການ, ໄດ້ດໍາເນີນຄະດີຕໍ່ເຈົ້າຂອງໂຮງແຮມ ແລະ ພະນັກງານ ຈໍານວນ 10 ຄົນ ແລະ ໄດ້ກັກໜັງສືຜ່ານແດນຂອງພວກກ່ຽວ ຫ້າມເດີນທາງອອກນອກ ສປປ ລາວ ຈົນກວ່າການດໍາເນີນຄະດີຈະສິ້ນສຸດ.
ທ້າຍສຸດນີ້, ຂ້າພະເຈົ້າ ຂໍສະແດງຄວາມເສົ້າເສຍໃຈ ຢ່າງຈິງໃຈ ມາຍັງຄອບຄົວ ກໍຄືພໍ່ແມ່ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດ ຕໍ່ການສູນເສຍໃນຄັ້ງນີ້, ຕະຫຼອດໄລຍະເວລານັບແຕ່ມີເຫດການເກີດຂຶ້ນເຈົ້າໜ້າທີ່ຕໍາຫຼວດ ໄດ້ສຸມທຸກຄວາມພະຍາຍາມໃນການສືບສວນ-ສອບສວນ ໃຫ້ຄະດີມີຄວາມໂປ່ງໃສເປັນທໍາເຂັ້ມງວດຖືກຕ້ອງຕາມກົດໝາຍ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ