ການຫາລືທາງໂທລະສັບຄວາມຍາວປະມານ 1 ຊົ່ວໂມງ ລະຫວ່າງທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ແລະ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ໃນວັນທີ 8 ກັນຍາ ຖືເປັນການເຈລະຈາທີ່ເກຣມລິນອະທິບາຍວ່າ: ມີຄວາມກົງໄປກົງມາ (Extremely Frank) ແລະ ເປັນໄປໃນທາງສ້າງສັນ.
ການໂທລະສັບຄັ້ງນີ້ເກີດຂຶ້ນຫລັງຈາກຄະນະຜູ້ແທນພິເສດຂອງອາເມລິກາ ຄືທ່ານ ສະຕີບ ວິດຄອບ ແລະ ທ່ານ ຈາເຣັດ ຄຸດເນີ ເດີນທາງຢ້ຽມຢາມນະຄອນຫລວງມົດສະກູ ປະເທດຣັດເຊຍ ແລະ ນະຄອນຫລວງກຽບ ປະເທດຢູເຄຣນ ເພື່ອຟື້ນຟູການເຈລະຈາ ແລະ ຫາທາງອອກໃຫ້ແກ່ສົງຄາມຣັດເຊຍ-ຢູເຄຣນທີ່ດໍາເນີນມາແຕ່ປີ 2022.
ສິ່ງທີ່ທ່ານ ທຣໍາ ສະເໜີ ແລະ ຕ້ອງການຫລາຍທີ່ສຸດຄື: ທ່ານ ທຣໍາ ຕ້ອງການເຫັນສົງຄາມໃນຢູເຄຣນຢຸດລົງໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ແລະ ຕ້ອງການບັນລຸຜົນສໍາເລັດ (Breakthrough) ໃນໄລຍະທີ່ທ່ານດໍາລົງຕໍາແໜ່ງປະທານາທິບໍດີອາເມລິກາ.
ໂດຍທ່ານ ທຣໍາ ສະເໜີວ່າ: ການຢຸດຄວາມຂັດແຍ່ງຈະເປີດທາງໃຫ້ເກີດການຟື້ນຟູການພົວພັນລະຫວ່າງ ອາເມລິກາ ແລະ ຣັດເຊຍ ຢ່າງເຕັມຮູບແບບໃນທັນທີ ໂດຍສະເພາະດ້ານການຄ້າ ແລະ ເສດຖະກິດ ເຊິ່ງຈະສົ່ງຜົນປະໂຫຍດມະຫາສານຕໍ່ທັງສອງປະເທດ.
ຂະນະທີ່ທ່ານ ປູຕິນ ໄດ້ສະແດງການສະໜັບສະໜູນແນວຄິດຂອງທ່ານ ທຣໍາ ກ່ຽວກັບການເລັ່ງຢຸດສົງຄາມ ແລະ ການຟື້ນຟູການພົວພັນລະຫວ່າງ ອາເມລິກາ ແລະ ຣັດເຊຍ ໂດຍທ່ານ ປູຕິນ ຍັງໄດ້ໃຫ້ຂໍ້ມູນປະເມີນສະຖານະການບໍລິເວນແນວໜ້າຕໍ່ທ່ານ ທຣໍາ ໂດຍຊີ້ວ່າກອງທັບຣັດເຊຍກໍາລັງບຸກ ແລະ ການຢຶດພື້ນທີ່ທັງໝົດໃນພາກພື້ນດອນບາສ ປັດຈຸບັນເປັນພຽງເລື່ອງຂອງເວລາ.
ຜູ້ນໍາຣັດເຊຍຍັງຮຽກຮ້ອງໃຫ້ຢູເຄຣນປະລະດິນແດນໃນພາກຕາເວັນອອກ, ສ່ວນຢູເຄຣນຍັງຄວບຄຸມຢູ່ ແລະ ຕ້ອງຍິນຍອມຍົກເລີກການຮັບການຊ່ວຍເຫລືອທາງການທະຫານຈາກປະເທດຕາເວັນຕົກ.
ໂດຍທ່ານ ຢູຣີ ອູຊາຄອບ ທີ່ປຶກສາປະຈໍາທໍານຽບເກຣມລິນ ໄດ້ເປີດເຜີຍວ່າ: ປະທານາທິບໍດີ ປູຕິນ ໄດ້ຊີ້ແຈງໃຫ້ທ່ານ ທຣໍາ ຟັງເຖິງສິ່ງທີ່ຝ່າຍອາເມລິກາສາມາດເຮັດໄດ້ເພື່ອຊ່ວຍນໍາໄປສູ່ການຢຸດການສູ້ຮົບຢ່າງວ່ອງໄວ. ເຖິງຢ່າງໃດກໍຕາມ, ທາງເຄຣມລິນບໍ່ໄດ້ເປີດເຜີຍລາຍລະອຽດໃນຄໍາຖະແຫລງດັ່ງກ່າວ.
ທັງສອງຜູ້ນໍາຕົກລົງຈະເດີນໜ້າ, ການແລກປ່ຽນນັກໂທດ ລະຫວ່າງກັນຕໍ່ໄປ ແລະ ຕົກລົງຈະຮັກສາຊ່ອງທາງການຕິດຕໍ່ເຈລະຈາທາງໂທລະສັບອີກຖ້າຈໍາເປັນ.
ທ່ານ ປູຕິນ ຢືນຢັນກັບທ່ານ ທຣໍາ ວ່າ: ຣັດເຊຍບໍ່ມີແຜນຮຸກຮານ ຫລື ເຈດຕະນາຮ້າຍໃດໆຕໍ່ປະເທດໃນເອີຣົບ ໂດຍເບິ່ງວ່າ: ຂ່າວລືເລື່ອງໄພຄຸກຄາມຈາກຣັດເຊຍເປັນພຽງຂໍ້ອ້າງຂອງປະເທດຕາເວັນຕົກໃນການເພີ່ມງົບປະມານທະຫານ ແລະ ການສົ່ງອາວຸດໃຫ້ຢູເຄຣນ.
ຢູເຄຣນເບິ່ງວ່າ: ເງື່ອນໄຂຂອງຣັດເຊຍເທົ່າກັບການບັງຄັບໃຫ້ຢູເຄຣນຍອມຈໍານົນ ແລະ ຈະເປີດໂອກາດໃຫ້ຣັດເຊຍພັກການຮົບ ເພື່ອກຽມໂຈມຕີຮອບໃໝ່.
ນອກຈາກນີ້, ທ່ານ ໂວໂລດິເມຍ ປູຕິນ ປະທານາທິບໍດີຢູເຄຣນ ຍັງສະແດງຄວາມພ້ອມສໍາລັບການເຈລະຈາ 3 ຝ່າຍ (ຣັດເຊຍ, ຢູເຄຣນ, ອາເມລິກາ) ທີ່ອາດເກີດຂຶ້ນໃນເດືອນກັນຍາ. ຂະນະທີ່ເກຣມລິນເບິ່ງວ່າ: ຍັງໄວເກີນໄປທີ່ຈະລະບຸ ຫລື ສະຖານທີ່ເຈລະຈາ.
ເຖິງວ່າຈະມີສັນຍານທາງການທູດ, ແຕ່ຣັດເຊຍໄດ້ໂຈມຕີທາງອາກາດຢ່າງໜັກໃສ່ນະຄອນຫລວງກຽບທັນທີທີ່ຄະນະຜູ້ແທນອາເມລິກາເດີນທາງກັບ ເຮັດໃຫ້ສະຖານະການການສູ້ຮົບລະຫວ່າງຣັດເຊຍ-ຢູເຄຣນ ຍັງເຄັ່ງຕຶງ.






