ວັນທີ 29 ພຶດສະພາ 2026 ທີ່ກະຊວງກໍ່ສ້າງ, ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ກະຊວງກໍ່ສ້າງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ເຈີນ ຫົງ ມິງ ລັດຖະມົນຕີ ກະຊວງກໍ່ສ້າງ ສສ ຫວຽດນາມ. ມີທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ຫົວໜ້າຫ້ອງການ, ບັນດາກົມ, ກອງວິຊາການ, ລັດວິສາຫະກິດ, ຜູ້ຕາງໜ້າຈາກບໍລິສັດພິທີແອວ ແລະ ພາກສ່ວນທີ່ກຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມພົບປະສອງຝ່າຍໃນຄັ້ງນີ້ ເພື່ອສືບຕໍ່ຜັນຂະຫຍາຍຈິດໃຈການຕົກລົງຂອງສອງກົມການເມືອງ ແລະ ສອງນາຍົກລັດຖະມົນຕີ. ກອງປະຊຸມປຶກສາຫາລື, ສອງຝ່າຍໄດ້ຮ່ວມກັນສະຫຼຸບຕີລາຄາ ບັນດາໜ້າວຽກທີ່ໄດ້ມີການຕົກລົງຮ່ວມມືກັນໃນໄລຍະທີ່ຜ່ານມາ ແລະ ໄດ້ມີຄວາມເຫັນເປັນເອກະພາບກັນ ທີ່ຈະຕ້ອງໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ຈັດຕັ້ງປະຕິບັດບັນດາເນື້ອໃນຍຸດທະສາດ ໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນເປັນຈິງໂດຍໄວ ເປັນຕົ້ນ: ໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການເສັ້ນທາງລົດໄຟລາວ-ຫວຽດນາມ(ທ່າແຂກ-ຫວຸ້ງອ່າງ), ການຮ່ວມມືຮອບດ້ານ ຕາມຍຸດທະສາດ 2026-2035, ການຍົກລະດັບພື້ນຖານໂຄງລ່າງເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງຊາຍແດນລາວ-ຫວຽດນາມ, ຮ່າງຍຸດທະສາດ ວ່າດ້ວຍການຮ່ວມມືດ້ານຄົມມະນາຄົມ-ຂົນສົ່ງ ແລະ ຍົກລະດັບບຸກຄະລາກອນຂະແໜງໂຍທາທິການ ແລະ ຂົນສົ່ງ ສປປ ລາວ.
ກອງປະຊຸມຄັ້ງນີ້ ສອງຝ່າຍເປັນເອກະພາບກັນມອບໃຫ້ ກົມແຜນການ ແລະ ການເງິນ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ກົມຮ່ວມມືສາກົນ ຂອງກະຊວງກໍ່ສ້າງ ສສຫວຽດນາມ ເປັນຈຸດປະສານງານ ຢ່າງເປັນປົກກະຕິ ເພື່ອສ້າງແຜນການແລກປ່ຽນ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນກອງປະຊຸມ ທີ່ໄດ້ຕົກລົງເປັນເອກະພາບກັນໃນກອງປະຊຸມ. ກອງປະຊຸມປຶກສາຫາລື ໄດ້ດຳເນີນໄປດ້ວຍບັນຍາກາດອັນສະໜິດສະໝົມ ແລະ ການຮ່ວມມື ຊຶ່ງເຕັມໄປດ້ວຍຄວາມສາມັກຄີແບບພິເສດອ້າຍນ້ອງ ແລະ ບັນລຸໄດ້ຫຼາຍໝາກຜົນອັນຈົບງາມ.
ໃນຕອນທ້າຍຂອງກອງປະຊຸມພົບປະໃນຄັ້ງນີ້ ໄດ້ມີ ພິທີລົງນາມ ບົດບັນທຶກການພົບປະລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ກະຊວງກໍ່ສ້າງ ແຫ່ງ ສສ ຫວຽດນາມ. ພິທີມອບ-ຮັບ ຂໍ້ຕົກລົງ ລະຫວ່າງ ກຸ່ມບໍລິສັດ ເດວກ້າ ແລະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ກ່ຽວກັບການຮ່ວມມືລົງທຶນກໍ່ສ້າງທາງລົດໄຟເຊື່ອມຕໍ່ແຕ່ທ່າເຮືອ ຫວຸ້ງອ່າງ, ສສ ຫວຽດນາມ ຫາ ຕົວເມືອງທ່າແຂກ, ສປປ ລາວ ຢ່າງຄົບຊຸດ ແລະ ພິທີມອບ-ຮັບ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍກນຮ່ວມມື ລະຫວ່າງ ບໍລິສັດ ທີ່ປຶກສາດ້ານເຕັກໂນໂລຊີ, ອຸປະກອນ ແລະ ກວດກາການກໍ່ສ້າງ CONINCO ແລະ ລັດວິສາຫະກິດ ວິສະວະກຳ ຄົມມະນາຄົມ LTEC.
ທີ່ມາ: ກະຊວງ ໂຍທາທິການ ແລະ ຂົນສົ່ງ






