ອົງການດ້າວິຊາການ ຄາດຄະເນວ່າສົງຄາມສະຫະລັດກັບອີຣານຈະເຮັດໃຫ້ລັດຖະບານສະຫະລັດເສຍຄ່າໃຊ້ຈ່າຍສູງເຖິງ 40 ຕື້ໂດລາ ຫຼື ຫຼາຍກວ່າ 1 ພັນຕື້ບາດ ເຊີ່ງສົງຄາມຕໍ່ຕ້ານອີຣ່ານເລີ່ມຕົ້ນໃນທ້າຍເດືອນກຸມພາທີ່ຜ່ານມານີ້.
ໂດຍບົດລາຍງານຂອງສູນຍຸດທະສາດ ແລະ ກິດຈະການສາກົນ (CSIS) ໃນເບື້ອງຕົ້ນຄາດຄະເນວ່າສົງຄາມໃນອີຣ່ານໄດ້ເຮັດໃຫ້ກະຊວງປ້ອງກັນປະເທດສະຫະລັດເສຍຄ່າໃຊ້ຈ່າຍປະມານ 40 ຕື້ໂດລາ ຫຼື ປະມານ 1.3 ພັນຕື້ບາດ.
ການປະເມີນຄັ້ງນີ້ໄດ້ລວມທັງອຸປະກອນທີ່ຖືກທຳລາຍ ແລະ ຄວາມເສຍຫາຍຕໍ່ຖານທັບຫຼາຍແຫ່ງໃນຕາເວັນອອກກາງ ແຕ່ບໍ່ລວມເອົາຄ່າໃຊ້ຈ່າຍໃນການດຳເນີນງານ ເຊິ່ງໄດ້ຄິດໄລ່ແລ້ວໃນງົບປະມານປີງົບປະມານ 2026 ຂອງກະຊວງປ້ອງກັນປະເທດສະຫະລັດ ເຊິ່ງມີມູນຄ່າທັງໝົດຫຼາຍກວ່າ 1 ພັນຕື້ໂດລາ ຫຼື 33 ພັນຕື້ບາດ.
ມະຫາວິທະຍາໄລ Brown ລັດ Rhode Island ໄດ້ລາຍງານວ່າຄົວເຮືອນອາເມລິກາໃຊ້ຈ່າຍໂດຍສະເລ່ຍຫຼາຍກວ່າ 253 ລ້ານໂດລາ ຫຼື ຫຼາຍກວ່າ 8.3 ຕື້ບາດ ເມື່ອທຽບກັບສະຖານະການທີ່ບໍ່ມີສົງຄາມ.
ນອກຈາກນັ້ນ, ສຳນັກງານສະຖິຕິແຮງງານສະຫະລັດໄດ້ເປີດເຜີຍຂໍ້ມູນທີ່ສະແດງໃຫ້ເຫັນວ່າອັດຕາເງິນເຟີ້ປະຈຳປີຂອງສະຫະລັດໄດ້ເພີ່ມຂຶ້ນສູງກວ່າ 4% ເປັນຄັ້ງທຳອິດໃນຮອບສາມປີ, ເນື່ອງຈາກລາຄາພະລັງງານທີ່ເພີ່ມຂຶ້ນຈາກສົງຄາມຕໍ່ຕ້ານອີຣ່ານ.






