ຫວຽດນາມ ຊ່ວຍເຫຼືອ 179 ຕື້ກວ່າດົງ ສ້າງໂຮງຮຽນຊົນເຜົ່າ ແຂວງຄໍາມ່ວນ.

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ໃນວັນທີ 18 ກັນຍາ 2026 ຜ່ານມານີ້ ຄໍາມ່ວນ ສປປ ລາວ-ກວາງຈິ ສສ ຫວຽດນາມ ລົງນາມບົດບັນທຶກມອບ-ຮັບ ພື້ນທີ່ກໍ່ສ້າງໂຮງຮຽນມັດທະຍົມຕອນປາຍສາມັນຊົນເຜົ່າ ໄດ້ຈັດຂຶ້ນທີ່ບ້ານໂພນສະອາດ ເມືອງມະຫາໄຊ ແຂວງຄໍາມ່ວນ ໂດຍຕາງໜ້າຝ່າຍລາວ ມີທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ວັນທະວີ ສານຸວົງ ວ່າການຫົວໜ້າພະແນກການຕ່າງປະເທດແຂວງ, ທ່ານ ແສງຈັນ ຊາມົນຕຣີ ປະທານຄະນະກຳມະການປົກຄອງເມືອງມະຫາໄຊ ແລະ ຝ່າຍຫວຽດນາມ ມີທ່ານ ນາງ ຫງວຽນ ທິ ເຮືອງ ຢາງ ຮອງຫົວໜ້າພະແນກພົວພັນຕ່າງປະເທດ ແຂວງກວາງຈິ, ພ້ອມດ້ວຍບໍລິສັດຜູ້ຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງໂຮງຮຽນດັ່ງກ່າວ ມີເນື້ອທີ່ທັງລວມ 37,268 ຕາແມັດ, ມີມູນຄ່າ 183,200,000,000 ດົງ. ໃນນັ້ນ, ປະກອບມີທຶນຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ 179,750,000,000 ດົງ ແລະ ທຶນສົມທົບຈາກຝ່າຍລັດຖະບານ ສປປ ລາວ ຈໍານວນ 3,450,000,000 ດົງ.
ໂຄງສ້າງປະກອບມີຫ້ອງຮຽນທັງໝົດ 28 ຫ້ອງ, ມີພະນັກງານຄູ-ອາຈານປະມານ 100 ຄົນ ແລະ ສາມາດຮອງຮັບນັກຮຽນໄດ້ປະມານ 1,700-2,000 ຄົນ, ເພື່ອຮອງຮັບນັກຮຽນຈາກ 5 ເມືອງຕາເວັນອອກຂອງແຂວງຄໍາມ່ວນ ປະກອບມີເມືອງມະຫາໄຊ, ຍົມມະລາດ, ນາກາຍ, ບົວລະພາ ແລະ ໄຊບົວທອງ ຊຶ່ງຮັບເໝົາກໍ່ສ້າງໂດຍບໍລິສັດລົງທຶນການຄ້າ ພີເອັສຊີ ຈໍາກັດ ໂດຍຈະໃຫ້ສຳເລັດການກໍ່ສ້າງກ່ອນວັນທີ 30 ສິງຫາ 2028.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ