ທະນາຄານໂລກ ຄາດການ ເສດຖະກິດລາວ ເຕີບໂຕຫຼຸດລົງຢູ່ທີ່ 3.8% ໃນປີ 2026

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ຍ້ອນຜົນກະທົບຈາກລາຄານໍ້າມັນໂລກທີ່ຜັນຜວນ ແລະ ເງິນເຟີ້ພາຍໃນປະເທດທີ່ດີດໂຕສູງຂຶ້ນ ຊຶ່ງອາດສົ່ງຜົນກະທົບໂດຍກົງຕໍ່ກຳລັງຊື້ຂອງຄົວເຮືອນ ໂດຍສະເພາະກຸ່ມຜູ້ມີລາຍໄດ້ນ້ອຍ ພ້ອມທັງຮຽກຮ້ອງໃຫ້ລັດຖະບານເລັ່ງຮັກສາສະຖຽນລະພາບ ແລະ ສືບຕໍ່ປະຕິຮູບໂຄງສ້າງເສດຖະກິດຢ່າງຈິງຈັງ.

ອີງຕາມບົດລາຍງານການຕິດຕາມສະພາບເສດຖະກິດ ຂອງ ສປປ ລາວ ສະບັບເດືອນມິຖຸນາ 2026 ພາຍໃຕ້ຫົວຂໍ້ “ການເພີ່ມທະວີຄວາມຄືບໜ້າໃນການປະຕິຮູບທ່າມກາງຄວາມຜັນຜວນ” ລະບຸວ່າ ເຖິງແມ່ນວ່າ ສປປ ລາວ ຈະສາມາດປັບປຸງສະຖານະພາບເສດຖະກິດມະຫາພາກໃຫ້ດີຂຶ້ນໃນຕົ້ນປີນີ້ ໂດຍມີຄັງສຳຮອງເງິນຕາຕ່າງປະເທດ ເຖິງ 4.2 ຕື້ໂດລາສະຫະລັດໃນເດືອນມີນາທີ່ຜ່ານມາ ແຕ່ການເຕີບໂຕດັ່ງກ່າວຍັງມີຄວາມບອບບາງ ແລະ ປະເຊີນກັບສິ່ງທ້າທາຍຮອບດ້ານ.

ທ່ານ Khwima Nthara ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ໄດ້ເນັ້ນຢ້ຳວ່າ ຄວາມພະຍາຍາມໃນການປະຕິຮູບຕະຫຼອດ 4 ປີທີ່ຜ່ານມາ ໄດ້ຊ່ວຍຟື້ນຟູຄັງສຳຮອງເງິນຕາ, ສ້າງສະຖຽນລະພາບໃຫ້ແກ່ອັດຕາແລກປ່ຽນ ແລະ ສ້າງຄວາມເຊື່ອໝັ້ນທາງເສດຖະກິດຄືນໃໝ່.

ເຖິງຢ່າງໃດກໍຕາມ, ສະຖຽນລະພາບນີ້ຍັງຄົງມີຄວາມສ່ຽງສູງ ໂດຍສະເພາະຫຼັງຈາກການເກີດວິກິດການລາຄານໍ້າມັນໃນໄລຍະມໍ່ໆນີ້ ບວກກັບພາລະການຊຳລະໜີ້ສິນທີ່ຄາດວ່າຈະສູງເຖິງ 13% ຂອງ GDP ສະເພາະ ໃນປີ 2026 ຊຶ່ງໄດ້ກາຍເປັນຂໍ້ຈຳກັດໃນການລົງທຶນໃສ່ຂະແໜງການສຳຄັນ ເປັນຕົ້ນແມ່ນ ດ້ານສາທາລະນະສຸກ, ການສຶກສາ ແລະ ການປົກປ້ອງທາງສັງຄົມ.

ນອກຈາກນີ້, ບົດລາຍງານຍັງໄດ້ສະແດງຄວາມກັງວົນຕໍ່ການຫຼຸດລົງຂອງການຊົມໃຊ້ບໍລິການສາທາລະນະສຸກຂອງລັດ ຍ້ອນຄວາມກົດດັນທາງເສດຖະກິດທີ່ບີບຮັດທັງລາຍຮັບຂອງຄົວເຮືອນ ແລະ ງົບປະມານຂອງພາກລັດ. ປະຈຸບັນ, ງົບປະມານດ້ານສາທາລະນະສຸກມີພຽງແຕ່ປະມານ 4% ຂອງງົບປະມານແຫ່ງລັດເທົ່ານັ້ນ ຊຶ່ງຍັງຕ່ຳກວ່າເກນມາດຕະຖານຂອງພາກພື້ນຫຼາຍ ແລະ ສົ່ງຜົນໃຫ້ຄຸນນະພາບການບໍລິການຍັງບໍ່ທັນດີເທົ່າທີ່ຄວນ ລວມທັງສ້າງພາລະຄ່າໃຊ້ຈ່າຍດ້ານການປິ່ນປົວໃຫ້ແກ່ຄອບຄົວທີ່ມີລາຍໄດ້ນ້ອຍ.

ເພື່ອແກ້ໄຂບັນຫາດັ່ງກ່າວ, ທະນາຄານໂລກໄດ້ສະເໜີແນວທາງການປະຕິຮູບ ໂດຍເນັ້ນໃສ່ການລະດົມທຶນພາຍໃນປະເທດເພື່ອເພີ່ມງົບປະມານດ້ານສາທາລະນະສຸກໃຫ້ບັນລຸ 9% ພາຍໃນປີ 2030, ການຈັດສັນງົບປະມານໃຫ້ຄວາມສຳຄັນກັບການບໍລິການສາທາລະນະສຸກຂັ້ນຕົ້ນ, ແລະ ການນຳໃຊ້ລະບົບດີຈີຕອນເຂົ້າໃນການຄຸ້ມຄອງການເງິນພາກລັດ ເພື່ອຮັບປະກັນໃຫ້ງົບປະມານໄຫຼວຽນສູ່ສະຖານບໍລິການສາທາລະນະສຸກຢ່າງວ່ອງໄວ ແລະ ໂປ່ງໃສ ເພາະການລົງທຶນໃນຊັບພະຍາກອນມະນຸດຄືຮາກຖານສຳຄັນໃນການຂັບເຄື່ອນເສດຖະກິດຂອງ ສປປ ລາວ ໃຫ້ເຕີບໂຕຢ່າງຍືນຍົງໃນໄລຍະຍາວ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ