ໃນຕອນເຊົ້າຂອງວັນທີ 10 ກໍລະກົດນີ້ ທີ່ ສໍານັກງານໃຫຍ່ ອົງການຮ່ວມມືຊຽງໄຮ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະ ແລະ ເຮັດວຽກກັບທ່ານ ນູຣລານ ເຢຍເມັກບາຢຽບ (Nurlan Yermekbayev) ເລຂາທິການໃຫຍ່ອົງການ SCO ແລະ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ການໃຫ້ສະຖານະພາບເປັນຄູ່ຮ່ວມເຈລະຈາ (Dialogue Partner) ແກ່ ສປປ ລາວ ໃນອົງການຮ່ວມມືຊຽງໄຮ້ (SCO).
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານເລຂາທິການໃຫຍ່ອົງການ SCO ສໍາລັບການຕ້ອນຮັບອັນອົບອຸ່ນໃນການເດີນທາງມາຢ້ຽມຢາມເຮັດວຽກ ແລະ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ຊຶ່ງມີຄວາມໝາຍສໍາຄັນເປັນຢ່າງຍິ່ງໃນການເສີມຂະຫຍາຍການຮ່ວມມືລະ ຫວ່າງ ສປປ ລາວ ແລະ ອົງການ SCO ໃນຕໍ່ໜ້າ. ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ປຶກສາຫາລື ກ່ຽວກັບທິດທາງເພື່ອຂະຫຍາຍການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ SCO ໃນບັນດາຂົງເຂດວຽກງານບຸລິມະສິດຕ່າງໆໃນຕໍ່ໜ້າ.
ການໃຫ້ສະຖານະພາບເປັນຄູ່ຮ່ວມເຈລະຈາຂອງ ອົງການ SCO ແກ່ ສປປ ລາວ ຢ່າງເປັນທາງການນີ້ ເປັນຂີດໝາຍສໍາຄັນເພື່ອການມີສ່ວນຮ່ວມທີ່ເລິກເຊິ່ງຂອງ ສປປ ລາວ ໃນວຽກງານຂອງ ອົງການ SCO ພ້ອມທັງໄດ້ຮັບການສະໜັບສະໜູນຢ່າງເຕັມສ່ວນ ຈາກບັນດາປະເທດສະມາຊິກຂອງອົງການ. ທ່ານຮອງນາຍົກ ລັດຖະມົນຕີ ໄດ້ຕີລາຄາສູງຕໍ່ບົດບາດຂອງອົງການ SCO ຊຶ່ງເປັນອົງການທີ່ມີຄວາມເຂັ້ມແຂງປະກອບດ້ວຍສະມາຊິກຈາກພາກພື້ນ ອາຊີກາງ, ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ແລະ ເປັນເວທີປຶກສາຫາລືດ້ານການຮ່ວມມືທີ່ສໍາຄັນ.
ໂດຍພາຍໃຕ້ “ຫຼັກການຊຽງໄຮ້” ແຫ່ງການສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ, ຄວາມສະເໝີພາບດ້ານອະທິປະໄຕ ແລະ ການບໍ່ແຊກແຊງກິດຈະການພາຍໃນຂອງກັນ ແລະ ກັນ ຊຶ່ງສອດ ຄ່ອງກັບນະໂຍບາຍການຕ່າງປະເທດຂອງ ສປປ ລາວ.

ສປປ ລາວ ມີຄວາມມຸ່ງໝັ້ນໃນການເພີ່ມທະວີການພົວພັນຮ່ວມມືກັບອົງການ SCO ແລະ ກຽມພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບກອງເລຂາ SCO ແລະ ບັນດາປະເທດສະມາຊິກ ເພື່ອກໍານົດຂົງເຂດການຮ່ວມມືທີ່ແທດເໝາະກັບສະພາບການພາກພື້ນ ແລະ ສາກົນໃໝ່ ແລະ ນໍາເອົາຜົນປະໂຫຍດສູງສຸດ ແລະ ເປັນຮູບປະທໍາມາສູ່ປະເທດສະມາຊິກ.
ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ອົງການ SCO ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໂດຍຜ່ານກົນໄກ ແລະ ໂຄງການຮ່ວມມືຕ່າງໆ ພາຍໃຕ້ອົງການSCO ເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ໃນພາກພື້ນ, ໂດຍສະເພາະ ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການຂົນສົ່ງ, ການທ່ອງທ່ຽວ ແລະ ອື່ນໆ ຊຶ່ງທັງໝົດຈະປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ກໍຄືການສົ່ງເສີມການເຊື່ອມໂຍງ ແລະ ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ.
ສປປ ລາວ ຍັງໄດ້ໃຫ້ຄວາມສຳຄັນຕໍ່ການຮ່ວມມືໃນການຫັນເປັນດິຈິຕອນ ເພື່ອຍົກສູງການພັດທະນາເສດຖະກິດ-ສັງຄົມ ຂຶ້ນສູ່ຄຸນນະພາບໃໝ່, ພ້ອມທັງຕີລາຄາສູງຕໍ່ການຂະຫຍາຍການຮ່ວມມືກັບອົງການ SCO ເພື່ອເສີມຂະຫຍາຍການຮ່ວມມືໃນຂົງເຂດວຽກງານຕ່າງໆ ທີ່ເປັນບຸລິມະສິດ ສໍາລັບ ສປປ ລາວ ແລະ ອົງການ SCO ໃນຕໍ່ໜ້າ. ທ່ານ ເລຂາທິການໃຫຍ່ອົງການ SCO ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ດີລະຫວ່າງ ອົງການ SCO ແລະ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງໃຫ້ຄວາມໝາຍໝັ້ນວ່າຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນຂົງເຂດວຽກງານຕ່າງໆ ໂດຍຜ່ານກົນໄກຮ່ວມມືຂອງອົງການ SCO.

ອົງການ SCO ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານ ສ້າງຕັ້ງຂຶ້ນໃນວັນທີ 15 ມິຖຸນາ 2001, ມີສໍານັກງານໃຫຍ່ຕັ້ງຢູ່ນະຄອນຫຼວງປັກກິ່ງ, ສປ ຈີນ; ມີປະເທດສະມາຊິກ 10 ປະເທດ ຄື: ສປ ຈີນ, ອິນເດຍ, ອີຣານ, ກາຊັກສະຖານ, ກຽກກິດສະຖານ, ປາກິດສະຖານ, ລັດເຊຍ, ຕັດຈິກິດສະຖານ, ອຸດສະເບກິດສະຖານ ແລະ ເບລາຣຸດຊີ.
ສປປ ລາວ ໄດ້ລິເລີ່ມຂະບວນການສຶກສາຄວາມເປັນໄປໄດ້ໃນການເຂົ້າເປັນຄູ່ຮ່ວມເຈລະຈາ ເລີ່ມແຕ່ປີ 2023 ເປັນຕົ້ນມາ ແລະ ໃນເດືອນ ສິງຫາ 2025, ຄະນະຜູ້ແທນຂັ້ນສູງ ນໍາໂດຍພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການ SCO ຕາມການເຊື້ອເຊີນຂອງ ສປ ຈີນ ເຈົ້າພາບ ແລະ ຢູ່ໃນກອງປະຊຸມສຸດຍອດດັ່ງກ່າວໄດ້ມີມະຕິຮັບຮອງເອົາ ສປປ ລາວ ໃຫ້ເປັນຄູ່ຮ່ວມເຈລະຈາຂອງອົງການ SCO.
ປັດຈຸບັນອົງການ SCO ມີຄູ່ຮ່ວມທັງໝົດ 17 ປະເທດ, ມີ 2 ປະເທດສັງເກດການ ຄື: ອັບການິດສະຖານ ແລະ ມົງໂກລີ; ມີ 15 ປະເທດ ຄູ່ຮ່ວມເຈລະຈາ(Dialogue Partner)ຄື: ອາແຊກໄບຊານ, ອາກເມນີ, ກໍາປູເຈຍ, ເນປານ, ຕວັກກີ, ສີລັງກາ, ຊາອຸດິດ ອາຣັບບີ, ເອຢິບ, ກາຕາ, ບາເຣນ, ມານດີບ, ມຽນມາ, ອາຣັບ ເອມີເຣດ, ກູເວດ ແລະ ສປປ ລາວ.






