ໃນວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ ຂອງ ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong)
ພາຍໃຕ້ຫົວຂໍ້ບູລິມະສິດ : “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງ ທ່ານ John LEE Ka-Chiu, ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງ ຂອງ ສປ ຈີນ; ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມ ຫຼາຍກວ່າ 6,000 ຄົນ.
ໃນກອງປະຊຸມຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຂຶ້ນກ່າວປາໄສໃນພາກພິທີເປີດ ໂດຍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຢ່າງຕໍ່ເນື່ອງຂອງກອງປະຊຸມຄັ້ງຜ່ານໆມາ ກໍຄື ການຈັດຕັ້ງປະຕິບັດແຜນງານຕ່າງໆ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ກໍຄື ບົດບາດ ແລະ ການປະກອບສ່ວນທີ່ສຳຄັນຂອງ ຮົງກົງ ໃນຖານະເປັນ “ຜູ້ເຊື່ອມຕໍ່ພິເສດ” (Super-connector) ແລະ “ຜູ້ເພີ່ມມູນຄ່າພິເສດ” (Super value-adder) ແນໃສ່ຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ, ສ້າງເຄືອຂ່າຍຄູ່ຮ່ວມທາງທຸລະກິດແບບເປີດກວ້າງກັບພາກພື້ນ ແລະ ສາກົນ.

ພ້ອມກັນນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດອັນພົ້ນເດັ່ນຂອງໂຄງການລົດໄຟລາວ-ຈີນ ນັບຕັ້ງແຕ່ມີການເປີດນໍາໃຊ້ຢ່າງເປັນທາງການ ໃນປີ 2021, ຊຶ່ງໄດ້ຍົກສູງສະຖານະພາບຂອງ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ, ຊ່ວຍຫຼຸດເວລາ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ໄປສູ່ຕະຫຼາດສາກົນ, ລວມທັງ ສົ່ງເສີມການໄປມາຫາສູ່ຂອງປະຊາຊົນ ແລະ ໄດ້ປະກອບສ່ວນສຳຄັນ ຕໍ່ການລຶບລ້າງຄວາມທຸກຍາກຂອງປະຊາຊົນ.
ໃນໂອກາດນີ້, ທ່ານ ຍັງໄດ້ກ່າວສະໜັບສະໜູນຕໍ່ກັບຫົວຂໍ້ບູລິມະສິດຂອງປີນີ້, ຊຶ່ງເຫັນວ່າ ເປັນຫົວຂໍ້ທີ່ມີຄວາມສຳຄັນຕໍ່ການຫັນປ່ຽນການເປັນຄູ່ຮ່ວມມືໃນພາກພື້ນຈາກຮູບແບບດັ້ງເດີມໄປສູ່ນະວັດຕະກໍາສີຂຽວ ແລະ ຊຸກຍູ້ການຈະເລີນເຕີບໂຕທາງດ້ານເສດຖະກິດ ໄປຄຽງຄູ່ກັບການພັດທະນາທີ່ມີຄຸນນະພາບສູງ, ຊຶ່ງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X (2026–2030) ຂອງ ສປປ ລາວ
ແນໃສ່ບັນລຸການຈັດຕັ້ງປະຕິບັດ 3 ຄາດໝາຍສູ້ຊົນ ຄື : ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ເປັນສູນກາງເຊື່ອມຈອດດ້ານໂລຈິສຕິກ ລວມທັງ ເຊື່ອມໂຍງ ສປປ ລາວ ເຂົ້າໃນລະບົບຕ່ອງໂສ້ການສະໜອງໃນພາກພື້ນ; ຊຸກຍູ້ການຫັນເປັນດິຈິຕອນ; ແລະ ຊຸກຍູ້ຄວາມພະຍາຍາມລວມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງໂລ່ງລ່ຽນ ແລະ ຍືນຍົງ. ພ້ອມກັນນີ້, ຍັງໄດ້ຊຸກຍູ້ການຮ່ວມມືຈາກບັນດາປະເທດຄູ່ຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງ ແລະ ພາກທຸລະກິດ ທີ່ມີຄວາມສົນໃຈເຂົ້າມາລົງທຶນໃນ ຂົງເຂດຈຸດສຸມຂອງ ສປປ ລາວ ໂດຍສະເພາະ ດ້ານການຄ້າ-ການລົງທຶນ, ທ່ອງທ່ຽວ, ການຫັນເປັນອຸດສາຫະກຳທີ່ທັນສະໄໝ, ການເຊື່ອມໂຍງດ້ານດິຈິຕອລ, ພະລັງງານສະອາດ, ພະລັງງານທົດແທນ, ການພັດທະນາຊັບພະຍາກອນມະນຸດ ແລະ ກະສິກຳແບບຍືນຍົງ.

ໃນວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ພົບປະສອງຝ່າຍກັບ ທ່ານ John LEE Ka-Chiu, ຫົວໜ້າຄະນະຜູ້ບໍລິຫານປະຈຳເຂດປົກຄອງພິເສດຮົງກົງ ສປ ຈີນ ເພື່ອປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ ເພື່ອຊອກຫາກາລະໂອກາດໃນການສົ່ງເສີມການຄ້າ ແລະ ການລົງທຶນ ໃນຂົງເຂດທີ່ເປັນທ່າແຮງ ແລະ ບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ລວມທັງ ທິດທາງການຮ່ວມມືໃນຕໍ່ໜ້າ.
ນອກຈາກນີ້, ທ່ານ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງນັກທຸລະກິດຮົງກົງຈຳນວນໜຶ່ງ ແລະ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການເງິນ ແລະ china international capital corporation-CICC ກ່ຽວກັບການສຶກສາຄວາມເປັນໄປໄດ້ໃນການອອກພັນທະບັດລັດຖະບານ (panda bond) ຢູ່ຕະຫຼາດທຶນ ສປ ຈີນ. ນອກນັ້ນ, ທ່ານ ຍັງໄດ້ເຂົ້າຮ່ວມກິດຈະກໍາປິ່ນອ້ອມ ເປັນຕົ້ນ ກອງປະຊຸມປຶກສາຫາລືພາກທຸລະກິດ ລະຫວ່າງ ສປປ ລາວ ແລະ ຮົງກົງ ປີ 2026 ເພື່ອສົ່ງເສີມການຮ່ວມມືດ້ານການລົງທຶນ, ພະລັງງານສະອາດ ແລະ ການຮ່ວມມືໃນຂົງເຂດການເງິນຂອງພາກທຸລະກິດທັງສອງຝ່າຍ.
ຂ່າວ : ກົມເສດຖະກິດ, ກະຊວງການຕ່າງປະເທດ.






