ເກີດອຸບັດເຫດ ລົດໄຟຕໍາກັນມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫລາຍ ທີ່ປະເທດແອັດສະປາຍ

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ເມື່ອວັນທີ 28 ຕຸລາ ທີ່ຜ່ານມາ ເກີດອຸ​ບັດ​ເຫດ ລົດໄຟ ຄວາມໄວສູງ ຕໍາກັນ ທີ່ເກີດຂຶ້ນ ຢູ່ນະຄອນໂຕເລດໍ ເທດສະບານ ເຂດປົກຄອງຕົນເອງຂອງ ແອັດສະປາຍ ເຮັດໃຫ້ມີຜູ້ເສຍຊີວິດ 68 ຄົນ ແລະ ບາດເຈັບອີກ 50 ກວ່າຄົນ.​ ຄາດວ່າ ຈໍານວນຜູ້ເສຍຊີວິດ ອາດຈະເພີ່ມຂຶ້ນຕື່ມອີກ.
ທ່ານ ເພໂຕຣ ຊານເຊສ ນາຍົກລັດຖະມົນຕີແອັດສະປາຍ ປະກາດວ່າ: ຈະຈັດພິທີໄວ້ອາໄລ ຕໍ່ຜູ້ເສຍຊີວິດ ຈາກອຸ​ບັດ​ເຫດຄັ້ງນີ້ ໃນທົ່ວປະເທດ ເປັນເວລາ 3 ວັນນັບ ແຕ່ວັນທີ 29 ຕຸລານີ້ ເປັນຕົ້ນໄປ.
ທ່ານ ໂອສຄາ ພຸເອນເຕ ລັດຖະມົນຕີ ກະຊວງຄົມມະນາຄົມ ແອັດສະປາຍ ໄດ້ຈັດກອງປະຊຸມ ຖະແຫລງຂ່າວ ເພື່ອຊີ້ແຈງກ່ຽວກັບ ສາເຫດການ ເກີດອຸ​ບັດ​ເຫດຄັ້ງນີ້ວ່າ ບັນຫາຕິດຂັດ ດ້ານການສື່ສານ ທາງຄອມພິວເຕີ ແລະ ຄວາມຜິດພາດດ້ານການບັນຊາ ທີ່ເກີດຂຶ້ນນໍາຫລັງ ເປັນສາເຫດ ເຮັດໃຫ້ເກີດອຸ​ບັດ​ເຫດຄັ້ງນີ້./

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ