ໃນວັນທີ 6 ມີຖຸນາ 2026 ເວລາ 02:00 ໂມງ ເຈົ້າໜ້າທີ່ ປກສ ສະຖານີແກ້ໄຂສຸກເສີນ ສະພັງເມິກ (1191) ກອງບັນຊາການ ປກສ ເມືອງໄຊທານີ ໄດ້ເຄືື່ອນໄຫວຕິດຕາມເປົ້າໝາຍຂົນສົ່ງຢາເສບຕິດ, ຕົກມາຮອດເວລາ 05:00 ໂມງ ພົບເຫັນລົດໃຫຍ່ທີ່ມີທ່າທາງພິລຸດ 2 ຄັນຄື : ລົດໃຫຍ່ປະເພດລົດຈິບ ຍີ່ຫໍ້ TOYOTA ລຸ້ນ LEXUS ສີຂາວ ໝາຍເລກທະບຽນ ຂກ 9111 ນະຄອນຫລວງວຽງຈັນ ແລະ ລົດກະບະຍີ່ຫໍ້ TOYOTA ລຸ້ນ REVO ສີຂາວ ໝາຍເລກທະບຽນ ກຄ 0163 ຄໍາມ່ວນ.
ເຈົ້າໜ້າທີ່ ຈຶ່ງເຂົ້າໄປສະແດງຕົວ ເພື່ອກວດຄົ້ນ ແລະ ສາມາດກັກຕົວຜູ້ຖືກຫາ 2 ຄົນຄື: ທ້າວ ສົມໝາຍ ກັນຍາ ອາຍຸ 38 ປີ ເກີດທີ່ບ້ານ ລາດຫານ ເມືອງງາ ແຂວງອຸດົມໄຊ ປັດຈຸບັນພັກເຊົາຢູ່ບ້ານ ສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ແລະ ທ້າວ ບຸນຫຼາຍ ກິ່ງປະເສີດ ຫຼື ແຫຼມ ອາຍຸ 40 ປີ ເກີດຢູ່ບ້ານພ່ອງພອງ ເມືອງອຸທຸມພອນ ແຂວງຈໍາປາສັກ ປັດຈຸບັນຢູ່ບ້ານໄຊມຸງຄຸນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.
ຜ່ານການກວດຄົ້ນລົດດັ່ງກ່າວພົບຂອງກາງຢາເສບຕິດ ປະເພດຢາບ້າ 2,800,000 ເມັດ ແລ້ວສົ່ງໃຫ້ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ-ຕ້ານຢາເສບຕິດ ເມືອງໄຊທານີ ພ້ອມທັງສອບສວນເພື່ອຂະຫຍາຍຜົນ.
ໃນວັນດຽວກັນ, ເຈົ້າໜ້າທີ່ ໄດ້ຂະຫຍາຍຜົນກວດກາຈຸດເປົ້າໝາຍ 3 ຈຸດຄື :
• ຈຸດທີ 1. ສົມທົບເຈົ້າໜ້າທີ່ ປກສ ກຸ່ມດົງບັງ ແລະ ການຈັດຕັ້ງບ້ານ ໂພນຕ້ອງ ເມືອງໄຊທານີ ສາມາດກັກຜູ້ຖືກສົງໄສ 3 ຄົນ, ຍິງ 2 ຄົນ ພ້ອມຂອງການຢາເສບຕິດ ປະເພດຢາບ້າ 6,478,000 ເມັດ, ຢາໄອສ໌ 1,235 ກິໂລກຣາມ, ເຮໂຣອິນ 6.5 ກິໂລກຣາມ ແລະ ເງິນ 22,300,000 ກີບ ແລະ 100 ບາດ
• ຈຸດທີ 2. ສົມທົບກັບພະແນກເສບຕິດ ປກສ ນະຄອນຫຼວງວຽງຈັນ, ປກສ ກຸ່ມສາລາຄໍາ ແລະ ການຈັດຕັ້ງບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ກວດຄົ້ນເຮືອນ ພົບລົດໃຫຍ່ 1 ຄັນ ແລະລົດຈັກ 6 ຄັນ.
• ຈຸດທີ 3. ໄດ້ສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມສີເກີດ ແລະການຈັດຕັ້ງບ້ານໄຊມຸງຄຸນ ເມືອງນາຊາຍທອງ ກວດຄົ້ນເຮືອນພົບເຫັນຢາບ້າ 1,200,000 ເມັດ, ລົດຈັກ 1 ຄັນ ແລະເງິນ 3,000,000 ກີບ.
ທີ່ມາ : ໜັງສືພິມຄວາມສະຫງົບ






