ທຣຳ ຮ່ວມເຟຣມຍິນດີກັບ ‘ສະເປນ’ ຊູຂັນແຊ້ມສະໄໝທີ 2 ເຕະບານໂລກ.

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ປະທານາທິບໍດີ ໂດນັລ ທຣຳ ຂອງສະຫະລັດ ຕົກເປັນກະແສວິພາກວິຈານ ຫຼັງຈາກຍັງຢືນຢູ່ເທິງເວທີໃນລະຫວ່າງທີ່ນັກເຕະທີມຊາດສະເປນຊູຂັນ ແລະ ສະເຫຼີມສະຫຼອງແຊ້ມບານໂລກ 2026.

ເຫດການດັ່ງກ່າວເກີດຂຶ້ນຫຼັງຈາກທີມຊາດສະເປນ ເອົາຊະນະ ອາເຈນຕິນາ 1-0 ໃນນັດຊີງຊະນະເລີດ ເຊິ່ງຈັດຂຶ້ນທີ່ສະໜາມ ເມັດໄລຟ໌ ສະເຕດຽມ (MetLife Stadium) ລັດນິວເຈີຊີ ສະຫະລັດ ເມື່ອວັນທີ 19 ກໍລະກົດ ຕາມເວລາທ້ອງຖິ່ນ, ເຮັດໃຫ້ສະເປນຄວ້າແຊ້ມບານໂລກ ສະໄໝທີ 2 ມາຄອງ.

ໂດຍທີ່ ທ່ານ ທຣຳ ໄດ້ມາຮ່ວມຊົມການແຂ່ງຂັນດັ່ງກ່າວດ້ວຍ ແລະ ຖືກແຟນບານບາງສ່ວນໂຫ່ໃສ່ເປັນໄລຍະ ຕັ້ງແຕ່ຊ່ວງກ່ອນເລີ່ມການແຂ່ງຂັນ, ໃນລະຫວ່າງການບັນເລງເພງຊາດ ແລະ ຖືກໂຫ່ໃສ່ອີກຄັ້ງເມື່ອຍ່າງລົງສະໜາມພ້ອມກັບ ທ່ານ ຈານນີ ອິນຟານຕິໂນ ປະທານສະຫະພັນຕະບານນານາຊາດ (ຟີຟ່າ) ເພື່ອເຂົ້າຮ່ວມພິທີມອບລາງວັນ.

ເມື່ອຮອດຊ່ວງມອບຂັນແຊ້ມ, ທ່ານ ທຣຳ ເປັນຜູ້ສົ່ງມອບຂັນໃຫ້ກັບ ‘ໂຣດຣີ’ ກັບຕັນທີມຊາດສະເປນ ແຕ່ຫຼັງຈາກສຳເລັດການມອບລາງວັນ, ທ່ານ ທຣຳ ຍັງຢືນຢູ່ເທິງເວທີ ແທນທີ່ຈະກ້າວລົງໄປເພື່ອເປີດພື້ນທີ່ໃຫ້ນັກເຕະສະຫຼອງໄຊ.

ລາຍງານລະບຸວ່າ ທ່ານ ອິນຟານຕິໂນ ຕ້ອງໄດ້ຍ່າງກັບມາຫາທ່ານ ທຣຳ ແລະ ສົ່ງສັນຍານໃຫ້ຍັບອອກຈາກດ້ານໜ້າຂອງເວທີ, ແຕ່ທ່ານ ທຣຳ ຍັງຄົງຢືນຢູ່ຕຳແໜ່ງເກົ່າ.

ເຖິງແມ່ນວ່າທ່ານ ທຣຳ ຈະຍັງຢືນຢູ່ເທິງເວທີ, ແຕ່ພິທີສະເຫຼີມສະຫຼອງກໍດຳເນີນຕໍ່ໄປຕາມປົກກະຕິ ໂດຍ ໂຣດຣີ ໄດ້ຊູຂັນແຊ້ມຂຶ້ນເທີງຫົວ ທ່າມກາງສຽງຮ້ອງດີໃຈຂອງໝູ່ຮ່ວມທີມທີ່ເຂົ້າມາສະຫຼອງແຊ້ມຮ່ວມ ກັນຢ່າງສຸດຂີດ ໂດຍແທບຈະບໍ່ມີໃຜຫັນໄປສົນໃຈຜູ້ນຳສະຫະລັດ, ກ່ອນທີ່ເຈົ້າໜ້າທີ່ຈະພາທ່ານ ທຣຳ ອອກຈາກເວທີໃນເວລາຕໍ່ມາ.

ແນວໃດກໍຕາມ, ພາບທີ່ທ່ານ ທຣຳ ຍັງຄົງຢືນຮ່ວມເຟຣມໃນຊ່ວງຊູຂັນນັ້ນ ໄດ້ກາຍເປັນອີກໜຶ່ງໄຮໄລທ໌ຂອງຄ່ຳຄືນທີ່ຜ່ານມາ, ສື່ຕ່າງປະເທດຫຼາຍສຳນັກໄດ້ຍົກເຫດການດັ່ງກ່າວມາເວົ້າເຖິງ ແລະ ວິ ພາກວິຈານ ພ້ອມທັງຕັ້ງຂໍ້ສັງເກດວ່າ ຊ່ວງເວລາທີ່ຄວນຈະເປັນຂອງທີມແຊ້ມໂລກ ພັດຖືກການປາກົດຕົວຂອງຜູ້ນຳສະຫະລັດ ດຶງດູດຄວາມສົນໃຈໄປບໍ່ໜ້ອຍ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ