ສໍານັກຂ່າວຂອງອີຣານລາຍງານວ່າ: ລັດຖະສະພາອີຣານກຽມຊຸກຍູ້ກົດໝາຍເກັບຄ່າຜ່ານທາງຈາກເຮືອທີ່ສັນຈອນຜ່ານຊ່ອງແຄບຮໍມຸດ ໂດຍໃຫ້ເຫດຜົນວ່າ: ໃຊ້ເບິ່ງແຍງຄວາມປອດໄພ.
ປະທານຄະນະກໍາມາທິການກິດຈະການພົນລະເຮືອນປະຈໍາລັດຖະສະພາ ກ່າວວ່າ: “ຕາມແຜນດັ່ງກ່າວ ອີຣານຕ້ອງເກັບຄ່າທໍານຽມເພື່ອເບິ່ງແຍງຄວາມປອດໄພໃຫ້ເຮືອທີ່ຂີ່ຜ່ານຊ່ອງແຄບຮໍມຸດ” ເຊິ່ງປັດຈຸບັນຮ່າງກົດໝາຍດັ່ງກ່າວຮ່າງສໍາເລັດແລ້ວ ແລະ ທີມກົດໝາຍຂອງສະພາຈະພິຈາລະນາໃຫ້ສໍາເລັດໃນມໍ່ໆນີ້.
ຕາມທີ່ມີລາຍງານຢ່າງຕໍ່ເນື່ອງ ອີຣານຮຽກຮ້ອງໃຫ້ນາໆຊາດຍອມຮັບສິດຂອງຕົນໃນການໃຊ້ອໍານາດເໜືອຊ່ອງແຄບຮໍມຸດ ເຊິ່ງເປັນໜຶ່ງໃນຫ້າເງື່ອນໄຂສໍາຄັນເພື່ອຢຸດສົງຄາມທີ່ກໍາລັງດໍາເນີນຢູ່.






