ລາວ ໂຈະຊົ່ວຄາວ ການນຳເຂົ້າລົດທີ່ໃຊ້ນໍ້າມັນເຊື້ອໄຟທຸກປະເພດ ຈົນໝົດປີ 2026

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ວັນທີ 12 ພຶກສະພ 2026 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການ ທິດຊີ້ນໍາຂອງກອງປະຊຸມຄັ້ງປະຖົມມະລຶກ ຂອງລັດຖະບານ ຊຸດທີ X ແລະ ກອງປະຊຸມ ລັດຖະບານ ສະໄໝສາມັນ ປະຈຳເດືອນ ເມສາ 2026 ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ ມີລາຍລະອຽດດັ່ງນີ້:

1. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກສ່ວນກ່ຽວຂ້ອງປະຕິບັດ ດັ່ງນີ້:

  • ໃຫ້ໂຈະຊົ່ວຄາວການນໍາເຂົ້າລົດທີ່ນໍາໃຊ້ນໍ້າມັນເຊື້ອໄຟທຸກປະເພດ ຈົນໝົດປີ 2026, ຍົກເວັ້ນພາຫະນະ ຂົນສົ່ງໂດຍສານ, ພາຫະນະກົນຈັກ, ລົດບັນທຸກ ທີ່ຮັບໃຊ້ໂຄງການ ແລະ ການຜະລິດ, ພາຫະນະຮັບໃຊ້ວິຊາ ສະເພາະ. ພ້ອມນັ້ນ, ກໍ່ໃຫ້ຄົ້ນຄວ້ານະໂຍບາຍ ເພື່ອຫຼຸດຜ່ອນຜົນເສຍຫາຍຂອງບັນດາບໍລິສັດນໍາເຂົ້າລົດ ທີ່ໄດ້ຮັບ ຜົນກະທົບຈາກນະໂຍບາຍດັ່ງກ່າວ;
  •  ກຳນົດໂຄງສ້າງລາຄາລົດໄຟຟ້າທີ່ຈະນໍາມາຈໍາໜ່າຍ ຢູ່ ສປປ ລາວ ໃຫ້ລະອຽດ ໂດຍກຳນົດໃຫ້ໄດ້ລາຄາ ອອກຈາກໂຮງງານ, ຄ່າຂົນສົ່ງ, ຄ່າພາສີ-ອາກອນ, ເພດານກໍາໄລຂອງລົດແຕ່ລະປະເພດ, ແຕ່ລະຍີ່ຫໍ້ເພື່ອບໍ່ໃຫ້ ບໍລິສັດນໍາເຂົ້າລົດໄຟຟ້າເກງກຳໄລ ຫຼື ຂາຍໃນລາຄາທີ່ ສູງເກີນຄວາມເປັນຈິງ ໃນເວລາທີ່ສັງຄົມມີຄວາມຕ້ອງການນໍາ ໃຊ້ລົດໄຟຟ້າສູງຂຶ້ນ ຍ້ອນການໂຈະການນໍາເຂົ້າລົດທີ່ນໍາໃຊ້ນໍ້າມັນເຊື້ອໄຟ. ຖ້າບໍລິສັດໃດສວຍໂອກາດຂຶ້ນລາຄາ ລົດໄຟຟ້າແບບບໍ່ສົມເຫດສົມຜົນ ແມ່ນໃຫ້ມີມາດຕະການເດັດຂາດ ໃນການປັບໃໝ-ລົງໂທດ;
  • ສໍາລັບລົດໄຟຟ້າ 100% ທີ່ລາຄາຕໍ່າກວ່າ 50,000 (ຫ້າສິບພັນ) ໂດລາສະຫະລັດ ແມ່ນໃຫ້ຍົກເລີກ ການເກັບຄ່າຊື້ສິດນໍາເຂົ້າທັນທີ, ລົດໄຟຟ້າ 100% ທີ່ມີມູນຄ່າແຕ່ 50,000 (ຫ້າສິບພັນ) ໂດລາສະຫະລັດ ແລະ ລົດ ພະລັງງານທາງເລືອກ ແມ່ນໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຄົ້ນຄວ້າຄືນກ່ຽວກັບການເກັບຄ່າຊື້ສິດນໍາ ໂດຍ ຄົ້ນຄວ້າອີງຕາມນະໂຍບາຍການສົ່ງເສີມການນໍາໃຊ້ລົດໄຟຟ້າ, ການຕ້ານການຟູມເຟືອຍ ແລະ ການຈຳກັດການໄຫຼ ອອກ ຂອງເງິນຕາຕ່າງປະເທດ;
  • ເລັ່ງປັບປຸງລະບົບໄຟຟ້າ ເພື່ອຮອງຮັບການນໍາໃຊ້ລົດໄຟຟ້າ ທີ່ຈະເພີ່ມຂຶ້ນແບບກ້າວກະໂດດ. ພ້ອມທັງ ສົມທົບກັບບັນດາອົງການອ້ອມຂ້າງສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ທົ່ວປະເທດ ເພື່ອອໍານວຍຄວາມ ສະດວກໃຫ້ບັນດາບໍລິສັດທີ່ເຮັດກິດຈະການ ຕິດຕັ້ງສະຖານີຫົວສາກໄຟຟ້າ ໂດຍໃຫ້ມີນະໂຍບາຍພິເສດຕໍ່ການນໍາ ໃຊ້ພື້ນທີ່ (ທີ່ດິນ) ທີ່ຢູ່ໃນການຄຸ້ມຄອງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອນໍາໃຊ້ເຂົ້າໃນການ ຕິດຕັ້ງສະຖານີຫົວສາກ ລົດໄຟຟ້າ. ພ້ອມນັ້ນ, ໃຫ້ຮີບຮ້ອນກຳນົດລາຄາໄຟຟ້າ ສໍາລັບຜູ້ປະກອບການທີ່ລົງທຶນຕິດຕັ້ງ ສະຖານີຫົວສາກໄຟຟ້າ ເພື່ອບໍລິການປະຊາຊົນ ໃນລາຄາທີ່ສົມເຫດສົມຜົນ ເພື່ອສົ່ງເສີມການນໍາໃຊ້ລົດໄຟຟ້າ.

2. ໃຫ້ກະຊວງການເງິນ ເປັນເຈົ້າການປະສານສົມທົບກັບ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້ານະໂຍບາຍດ້ານພາສີອາກອນສໍາລັບລົດພະລັງງານທາງເລືອກ.

3. ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນໃຈກາງສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພາກສ່ວນກ່ຽວຂ້ອງ ຮີບຮ້ອນກຳນົດກົນໄກປະຕິບັດຕົວຈິງ ກ່ຽວກັບການຊີ້ນໍາຂອງລັດຖະບານ ທີ່ໄດ້ລະບຸໃນ ແຈ້ງການ 1244/ຫສນຍ, ລົງວັນທີ 28 ກັນຍາ 2021 ວ່າດ້ວຍການຊຳລະສະສາງໃນການຊື້-ຂາຍພາຫະນະໂດຍ ຜ່ານລະບົບ ທະນາຄານ ໂດຍສະເພາະການອອກທະບຽນລົດ ຕ້ອງມີເອກະສານຢັ້ງຢືນການໂອນເງິນຂອງບໍລິສັດນໍາ ເຂົ້າລົດ ແລະ ເອກະສານຢັ້ງຢືນການໂອນເງິນຂອງລູກຄ້າ ທີ່ຊີ້ນໍາບໍລິສັດຂາຍລົດ ເອກະສານອື່ນໆຕາມລະບຽບການ ກຳນົດໄວ້, ຖ້າຫາກກວດພົບເຫັນເຈົ້າໜ້າທີ່ຂອງລັດ ອອກທະບຽນລົດໂດຍບໍ່ມີການຢັ້ງຢືນການໂອນເງິນຜ່ານ ທະນາຄານ ແລະ ເອກະສານທີ່ກ່ຽວຂ້ອງ ແມ່ນໃຫ້ດໍາເນີນການລົງໂທດຕໍ່ເຈົ້າໜ້າທີ່/ພະນັກງານລັດ ຢ່າງເຂັ້ມງວດ. ພາຍຫຼັງຄົ້ນຄວ້າແລ້ວ ໃຫ້ອອກເປັນນິຕິກຳຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ໃຫ້ສາມາດເລີ່ມປະຕິບັດ ນັບຕັ້ງແຕ່ວັນທີ 01 ມິຖຸນາ 2026 ເປັນຕົ້ນໄປ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ