ກະຊວງການຄ້າຈີນເປີດເຜີຍໃນວັນທີ 20 ພຶດສະພາວ່າ: ທາງການຈີນ ແລະ ອາເມລິກາ ໄດ້ຕົກລົງໃນຫລັກການຈະຫາລືກັນໂດຍອາໄສກົນໄກຂອງສະພາການຄ້າ ເພື່ອກໍານົດຂອບຂໍ້ຕົກລົງຫລຸດພາສີອາກອນແບບຕ່າງຕອບແທນສໍາລັບສິນຄ້າໃນມູນຄ່າທີ່ໃກ້ຄຽງກັນ ໂດຍກໍານົດຂັ້ນຕໍ່າຝ່າຍລະ 3 ໝື່ນລ້ານໂດລາຂຶ້ນໄປ.
ສໍານັກຂ່າວຊິນຮົວລາຍງານວ່າ: ເຈົ້າໜ້າທີ່ກະຊວງການຄ້າໄດ້ໃຫ້ລາຍລະອຽດກ່ຽວກັບຜົນການເຈລະຈາເບື້ອງຕົ້ນດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງປະເທດທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍລະບຸວ່າ: ສິນຄ້າທີ່ເປັນບັນຫາສໍາຄັນຂອງທັງສອງຝ່າຍຕາມໄດ້ຕົກລົງກັນ ຄາດວ່າຈະໄດ້ຮັບສິດຫລຸດພາສີໃນອັດຕາຕາມຫລັກຊາດທີ່ໄດ້ຮັບຄວາມອະນຸເຄາະຍິ່ງ (Most-Favored-Nation) ຫລື ອາດໄດ້ຮັບອັດຕາທີ່ຕໍ່າກວ່ານັ້ນອີກ.
ເຈົ້າໜ້າທີ່ລະບຸອີກວ່າ: ຖ້າຂໍ້ຕົກລົງດັ່ງກ່າວມີຜົນບັງຄັບໃຊ້ ອາດບໍ່ພຽງແຕ່ຈະຊ່ວຍໃຫ້ການຄ້າທະວີພາຄີລະຫວ່າງຈີນກັບອາເມລິກາໝັ້ນຄົງ ແລະ ກວ້າງຂວາງຂຶ້ນເທົ່ານັ້ນ, ແຕ່ຈະເປັນໄມ້ວັດອັນເປັນປະໂຫຍດຕໍ່ການຮ່ວມມືແບບເປີດກວ້າງໃນລະດັບສາກົນນໍາອີກ.
ທີມເຈລະຈາດ້ານເສດຖະກິດ ແລະ ການຄ້າຂອງທັງສອງປະເທດຈະຍັງປະສານງານກັນຢ່າງໃກ້ຊິດ ເພື່ອຮ່ວມກັນກໍານົດລາຍລະອຽດຂອງຂໍ້ຕົກລົງ ແລະ ເລັ່ງດໍາເນີນໃຫ້ມີຜົນບັງຄັບໃຊ້ໂດຍໄວ, ຕາມລາຍງານຂອງ ໜັງສືພິມລາວພັດທະນາ.






