ອີຣ່ານ ເປີດຕະຫລາດຮຸ້ນອີກຄັ້ງ ຫລັງປິດໄປກວ່າ 80 ວັນ ເພາະການໂຈມຕີຂອງອາເມລິກາ ແລະ ອິດສະຣາແອນ

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ຕະຫລາດຫຸ້ນ ອີຣານ ກັບຄືນມາດຳເນີນການ ອີກຄັ້ງໃນວັນທີ 19 ພືດສະພາ, ຫລັງຈາກ ທີ່ ປິດໄປນານເຖິງ 80 ວັນ ເນື່ອງຈາກ ການໂຈມຕີ ຮ່ວມກັນ ຂອງ ສ.ອາເມລິກາ ແລະ ອິດສະຣາແອນ.

ຕະຫລາດລັກຊັບ ອີຣານ ໄດ້ປິດມາຕັ້ງແຕ່ ວັນທີ 28 ກຸມພາ ທີ່ຜ່ານມາ , ຫລັງເກີດ ເຫດໂຈມຕີ ດ້ວຍ ຂີປະນາວຸດ ທີ່ແນເປົ້າໝາຍ ໄປຍັງ ນະຄອນຫລວງ ເຕເຮຣັງ ແລະ ພື້ນທີ່ອື່ນໆ ຫລາຍແຫ່ງ ທົ່ວປະເທດ ອີຣານ.

ໂດຍທ່ານ ຮາມິດ ຢາຣີ ຮອງປະທານ ສຳນັກງານ ຄະນະ ກຳມະການ ຝ່າຍຫລັກຊັບ ແລະ ຕະຫລາດຫລັກຊັບແຫ່ງອີຣານໃຫ້ສຳພາດ ຕໍ່ ນັກຂ່າວຂອງລັດວ່າ ການສັ່ງ ປິດຕະຫລາດ ດັ່ງກ່າວ ມີເປົ້າໝາຍ ເພື່ອຄຸ້ມຄອງ ຊັບສິນຂອງນັກລົງທຶນ ແລະ ສ້າງບັນຍາກາດ ການຊື້ຂາຍ ທີ່ຕັ້ງຢູ່ເທີງ ພື້ນຖານ ຂອງ ຂໍ້ມູນທີ່ຖືກຕ້ອງ ແລະ ໂປ່ງໃສຍິ່ງຂຶ້ນ./

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ