ຄຳມ່ວນ ເກັັບກ່ຽວເຂົ້ານາປີ ສຳເລັດແລ້ວ 39,300 ກວ່າເຮັກຕາເທົ່າກັບ 46,89% ຂອງເນື້ອທີ່ນາທັງໝົດ.

ນັກຂຽນ

ອິນທະນົນ
ອິນທະນົນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ປັດຈຸບັນການ ເກັບກ່ຽວເຂົ້ານາປີ (ນາຫວ່ານ ແລະ ນາດໍາ) ຂອງກະສິກອນແຂວງຄຳມ່ວນ ສໍາເລັດແລ້ວ 39.362 ເຮັກຕາ ເທົ່າກັບ 46,89% ໃນນີ້, ເຂົ້າເພື່ອເປັນສະບຽງອາຫານເກັບກ່ຽວແລ້ວ 24.946 ເຮັກຕາ ເທົ່າກັບ 45,84% ຂອງເນື້ອທີ່ເກັບກ່ຽວຕົວຈິງ, ເຂົ້າເພື່ອເປັນສິນຄ້າເກັບກ່ຽວໄດ້ 14.416 ເຮັກຕາ ເທົ່າກັບ 48,82% ຂອງເນື້ອທີ່ເກັບກ່ຽວຕົວຈິງ.

ອີງຕາມຂໍ້ມູນຈາກ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກເຂ້ົາ 92.791 ເຮັກຕາ, ຄາດຄະເນຜົນຜະລິດ 351.604 ໂຕນ ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 61.189 ເຮັກຕາ, ຄາດຄະເນຜົນຜະລິດ 228.856 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 31.602 ເຮັກຕາ, ຄາດຄະເນຜົນຜະລິດ 122.748 ໂຕນ.

ຜ່ານການຈັດຕັ້ງປະຕິບັດເນື້ອທີ່ນາໄດ້ 91.637 ເຮັກຕາ ເທົ່າກັບ 98.75% ຂອງເນື້ອທ່ີ ແຜນການປີ, ເນ້ືອທ່ີເສຍຫາຍຈາກນໍ້າຖ້ວມ 7.691 ເຮັກຕາ, ເນື້ອທ່ີ ຍັງເຫລືອ 83.946 ເຮັກຕາ ໃນນີ້, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານປະຕິບັດໄດ້ຕົວຈິງ 60.638 ເຮັກຕາ, ເນື້ອທີ່ເສຍຫາຍ 6.220 ເຮັກຕາ, ເນື້ອທີ່ຍັງເຫລືອ 54.418 ເຮັກຕາ; ເນ້ືອທ່ີແຜນການປູກເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ຕົວຈິງ 31.059 ເຮັກຕາ, ເນ້ືອທ່ີເສຍຫາຍ 1.471 ເຮັກຕາ, ເນື້ອທີ່ຍັງເຫລືອ 29.528 ເຮັກຕາ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ