ກຳປູເຈຍ ສົ່ງອອກສິນຄ້າໄປ ເອີຣົບ-ອາຊຽນ ເພີ່ມຂຶ້ນ17,3% ໃນໄລຍະ 10 ເດືອນຂອງ ປີ 2025.

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ກະຊວງ ການຄ້າ ກຳປູເຈຍ ລາຍງານ ຍອດການ ສົ່ງອອກ ຂອງ ກຳປູເຈຍໄປຍັງ ເອີຣົບ(ອີຢູ) ແລະ ສະມາຄົມປະຊາຊາດ ແຫ່ງອາຊີ ຕາເວັນອອກສຽງໃຕ້ (ອາຊຽນ) ເຕີບໂຕຂຶ້ນ ໃນໄລຍະ 10 ເດືອນຂອງ ປີ 2025.

ໂດຍສິນຄ້າ ກຳປູເຈຍ ສົ່ງໄປຍັງ ຕະຫລາດ ອີຢູ ກວມເອົາ ມູນຄ່າ 4,21 ຕື້ໂດລາ ສະຫະລັດ ໃນໄລຍະເດືອນມັງກອນ-ເດືອນຕຸລາ ຂອງປີນີ້, ເພີ່ມຂຶ້ນ 17,3% ເມື່ອທຽບປີຕໍ່ປີ.

ຂະນະດຽວກັນ ກຳປູເຈຍ ສົ່ງອອກສິນຄ້າ ໄປຍັງປະເທດ ອາຊຽນ ກວມເອົາມູນຄ່າ 4,8 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 16% ເມື່ອທຽບປີຕໍ່ປີ. ຕະຫລາດອີຢູ ກວມເອົາ ອັດຕາສ່ວນ16,2% ແລະ ຕະຫລາດອາຊຽນ ກວມເອົາອັດຕາສ່ວນ 18,5% ຂອງ ປະລິມານ ການສົ່ງອອກທັງໝົດ ຂອງ ກຳປູເຈຍທີ່ 2,59 ໝື່ນລ້ານໂດລາ ສະຫະລັດ ໃນໄລຍະ 10 ເດືອນຜ່ານມາ.

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ