ເວເນຊູເອລາ – ສ.ອາເມລິກາ ເລີ່ມການເຈລະຈາຟື້ນຟູສຍພົວພັນທາງການທູດ ຄືນໃໝ່ ຫຼັງຢຸດຕິມາແຕ່ປີ 2019.
ທ່ານ ອິວານ ກິລ (Yvan Gil), ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ
ກ່າວວ່າ : ລັດຖະບານຊົ່ວຄາວ ຂອງທ່ານ ປະທານາທິບໍດີ ນາງ ເດລຊີ ໂຣດຣິເກຊ ( Delcy Rodríguez ) ໄດ້ຕົກລົງ ກັບ ສ.ອາເມລິກາ, ແນໃສ່ການສ້າງຄະນະຜູ້ແທນ ທາງການທູດ ລະຫວ່າງ ເວເນຊູເອລາ – ສ.ອາເມລິກາ ຄືນໃໝ່.
ໃນວັນດຽວກັນ, ເຈົ້າໜ້າທີ່ ນັກການທູດຂັ້ນສູງຂອງ ສ.ອາເມລິກາ ທ່ານ ຈອນ ແມັກນາມາຣາ (John McNamara), ທີ່ປະຈຳຢູ່ ໂກໂລມບີ ໄດ້ເດີນທາງມາ ນະຄອນຫວງ ກາຣາກາດ ຂອງເວເນຊູເອລາ ເພື່ອຕີລາຄາໃນເບື້ອງຕົ້ນ ຄວາມສາມາດຟື້ນຟູ ການເຄື່ອນໄຫວຂອງສະຖານທູດ ສ.ອາເມລິກາ ຕາມແຕ່ລະໄລຍະ ໃນເວເນຊູເອລາ.

ດ້ານ ເວເນຊູເອລາ ກໍ່ໄດ້ປະກາດຈະສົ່ງຄະນະ ຜູ້ແທນໄປຍັງ ສ.ອາເມລິກາ ເພື່ອຕີລາຄາໃນເບື້ອງຕົ້ນ ຄວາມສາມາດຟື້ນຟູ ການເຄື່ອນໄຫວຂອງສະຖານທູດ ເຊັ່ນກັນ ; ຄຳປະກາດຂອງ ເວເນຊູເອລາ ໄດ້ປະກາດີອອກມາພຽງ 2-3 ວັນ, ພາຍຫລັງທີ່ ສ.ອາເມລິກາ ປະຕິບັດການທາງການທະຫານເມື່ອວັນທີ 3 ມັງກອນ ຊື່ງໄດ້ຄວບຄຸມຕົວ ປະທານາທິບໍດີ ນິໂກລາສ ມາດູໂຣ ໄປຂື້ນສານທີ່ ສ.ອາເມລິກາ.






