ອີງຕາມຂ່າວ ໂທລະພາບສູນກາງຈີນ (CMG) : ທ່ານ ໂດນັນ ທຣໍາ ປະທານາທິ ບໍດີ ສ.ອາເມລິກາ ໄດ້ປະກາດ ຜ່ານສື່ສັງຄົມອອນລາຍວ່າ ສ.ອາເມລິກາ ຈະເພີ່ມພາສີສິນຄ້າ 10% ຕໍ່ສິນຄ້າ ຈາກ 8 ປະເທດ ຄື : ດານມາກ, ນອກແວ, ຊູແອດ, ຝຣັ່ງ, ເຢຍລະມັນ, ອັງກິດ, ໂຮນລັງ ແລະ ແຟງລັງ ທີ່ສົ່ງເຂົ້າໄປສ.ອາເມລິກາ ເລີ່ມແຕ່ວັນທີ 1 ກຸມພາ 2026ເປັນຕົ້ນໄປ,
ຈາກນັ້ນ ຈະເພີ່ມຂຶ້ນເປັນ 25% ນັບແຕ່ ວັນທີ 1 ມິຖຸນາ ໃນປີນີ້ ຈົນກວ່າ ຝ່າຍທີ່ກ່ຽວຂ້ອງ ຈະບັນລຸ ສັນຍາ ກ່ຽວກັບ ການຊື້ ເກາະກຣີນແລນ ຢ່າງຮອບດ້ານ ແລະ ສົມບູນແບບ ຂອງ ສ.ອາເມລິກາ.
ນອກນັ້ນ ທ່ານຍັງກ່າວວ່າ ສ.ອາເມລິກາ ມີທ່າທີ ເປີດກວ້າງ ການເຈລະຈາ ໃນທັນທີ ກັບ 8 ປະເທດ ເອີຣົບ ມາຮອດປັດຈຸບັນ ການອອກຂ່າວດັ່ງກ່າວ, ທຳນຽບຂາວ ສ.ອາເມລິກາ ບໍ່ໄດ້ອອກຖະແຫລງການ ຢ່າງເປັນທາງການ ຫລື ເອກະສານ ກ່ຽວກັບ ການປະກາດ ຂອງ ທ່ານ ໂດນັນ ທຣໍາ ຈະເພີ່ມພາສີ ຕໍ່ 8 ປະເທດ ເອີຣົບດັ່ງກ່າວ.




