ກະຊວງ ຍທຂ ຮ່ວມກັບ ກະຊວງ ອຄ ຫາລື ຄຸ້ມຄອງມາດຕະຖານສິນຄ້າ ເພື່ອປົກປ້ອງຜູ້ບໍລິໂພກ.

ນັກຂຽນ

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.laointerpost.com/la
ຊີວິດຕິດໂພສຕ໌ : ເຕັກ​ໂນ​ໂລ​ຊີ ແກດເຈັດ. ລິວິວ. ຂ່າວ. ຮູບເງົາ. ວິດີໂອ. ເກມ . ກິລາ. ອະນິເມ ເງິນ. ລົດ . ຮູບເງົາ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຄົນ. ສຸຂະພາບ. Podcast ແລະ ອື່ນໆອີກ.

ສະປອນເຊີ

spot_img

From our blog

ເນື້ອໃນຂ່າວ

ວັນທີ 10 ເມສາ 2026 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອແກ້ໄຂວຽກງານຈຸດສຸມເຄັ່ງຮ້ອນຮ່ວມກັນ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ໂຍທາທິການ ແລະ ຂົນສົ່ງ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງສອງກະຊວງ ເຂົ້າຮ່ວມ ໃນກອງປະຊຸມໄດ້ປຶກສາຫາລື ແລະ ເປັນເອກະພາບ ໃນ 7 ບັນຫາຕົ້ນຕໍດັ່ງນີ້:

  1. ການຈັດຕັ້ງຜັນຂະຫຍາຍ ຄໍາສັ່ງ ສະບັບເລກທີ 40/ນຍ, ລົງວັນທີ 13 ມີນາ 2026: ຕິດພັນກັບສອງຂະແໜງການ ແມ່ນການຫລຸດຜ່ອນການນໍາເຂົ້າລົດທີ່ນໍາໃຊ້ນໍ້າມັນ ແລະ ມີນະໂຍບາຍສົ່ງເສີມການນໍາໃຊ້ລົດໄຟຟ້າໃຫ້ຫລາຍຂຶ້ນ ເພື່ອບັນລຸຄາດໝາຍ 30 ສ່ວນຮ້ອຍ ຂອງລົດທີ່ນໍາໃຊ້ນໍ້າມັນທັງໝົດ ພາຍໃນປີ 2030 ໄປພ້ອມກັບການຍົກສູງການຄຸ້ມຄອງດ້ານມາດຕະຖານດ້ານເຕັກນິກ, ການບໍລິການຫລັງການຂາຍ, ຄວາມປອດໄພ ແລະ ອື່ນໆ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມ. ພ້ອມນັ້ນ, ກໍຕ້ອງດໍາເນີນມາດຕະການເພື່ອຫລຸດຜ່ອນການນໍາເຂົ້າລົດນໍາໃຊ້ນໍ້າມັນເຊື້ອໄຟ ເທື່ອລະກ້າວ
  2. ການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ: ສືບຕໍ່ປັບປຸງກົນໄກການປະສານງານໃຫ້ມີຄວາມຮັດກຸມຂຶ້ນຕື່ມ, ຕ້ອງໄດ້ມີການຄົ້ນຄວ້າ ແລະ ປືກສາຫາລື ທາງດ້ານວິຊາການເປັນປົກກະຕິ ໂດຍເລັ່ງໃສ່ແກ້ໄຂບັນຫາລາຄາຫົວໜ່ວຍຄ່າບໍລິການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ການແລກປ່ຽນຂໍ້ມູນ-ຂ່າວສານ, ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ, ການແກ້ໄຂນິຕິກໍາ ທີ່ບໍ່ສອດຄ່ອງ
  3. ການເກັບຄ່າບໍລິການທ່າບົກ: ໃນໄລຍະຜ່ານມາທັງສອງຂະແໜງການ ກໍໄດ້ຮ່ວມກັນ ເພື່ອປຶກສາຫາລື ແລະ ຄົ້ນຄວ້າ ຄ່າບໍລິການທ່າບົກໃຫ້ມີຄວາມເໝາະສົມ ແລະ ມີຄວາມສອດຄ່ອງກັບສະພາບຕົວຈິງ ຊຶ່ງຜ່ານມາແມ່ນໄດ້ຕົກລົງຮ່ວມກັນໄປແລ້ວ 4 ບັນຫາ ແລະ ຍັງຈະສືບຕໍ່ຮ່ວມກັນແກ້ໄຂຕື່ມ 3 ບັນຫາ

  1. ການຄຸ້ມຄອງການຂຸດຄົ້ນຫີນແຮ່-ຊາຍ ຕາມລໍານໍ້າ: ໃນໄລຍະຜ່ານມາ ກໍຄືປະຈຸບັນ ທັງສອງຂະແໜງການແມ່ນໄດ້ບົດບັນທຶກຮ່ວມກັນ, ມີນິຕິກໍາເຂົ້າໃນການຄຸ້ມຄອງຢ່າງລະອຽດຊັດເຈນ, ເຂັ້ມງວດປະຕິບັດມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍ ແລະ ສົ່ງຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ເປັນຕົ້ນ: ຕາຝັ່ງເຈື່ອນ, ນໍ້າເຂື່ອນ, ສານເຄມີຮົ່ວໄລລົງສາຍນໍ້າ.
  2. ການຄຸ້ມຄອງທາງດ້ານມາດຕະຖານສິນຄ້າ: ຂອງສິນຄ້າປະເພດຍານພາຫະນະ, ນໍ້າມັນເຊື້ອໄຟ, ວັດສະດຸກໍ່ສ້າງ ມີຄວາມສໍາຄັນສູງ ເພາະຕິດພັນກັບຄວາມປອດໄພ ແລະ ການປົກປ້ອງຜູ້ຊົມໃຊ້. ສະນັ້ນ, ສອງກະຊວງ ຈະສືບຕໍ່ສົມທົບ ແລະ ເຮັດວຽກຮ່ວມກັນ ເພື່ອແກ້ໄຂຢ່າງເປັນຮູບປະທໍາ
  3. ການເຄື່ອນຍ້າຍທາດເຄມີ: ຄວນໄດ້ມີການຄົ້ນຄວ້າຮ່ວມກັນຢ່າງເລັ່ງດ່ວນ ເພື່ອຊອກຫາທາງແກ້ໄຂ ໂດຍສະເພາະພາຫະນະຂົນສົ່ງ, ການຫຸ້ມຫໍ່, ພະນັກງານຂັບລົດ ແລະ ອື່ນໆ ເພື່ອປ້ອງກັນອຸປະຕິເຫດ ແລະ ໃນກໍລະນີເກີດອຸປະຕິເຫດ ກໍຕ້ອງສາມາດແກ້ໄຂໄດ້ຢ່າງທັນເວລາ
  4. ການຜັນຂະຫຍາຍ ແນວຄິດໄສອນ ທີ່ວ່າ: “ການຄ້າເປັນຕ່ອງໂສ້, ຄົມມະນາຄົມເປັນປາຍແຫລມ”: ວຽກງານນີ້ ມີຄວາມສໍາຄັນສູງ ແລະ ແທດເໝາະກັບທຸກຍຸກສະໄໝ. ສະນັ້ນ, ທັງສອງກະຊວງ ຈະໄດ້ພ້ອມກັນນໍາໄປຄົ້ນຄວ້າຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ

ໃນຕອນທ້າຍ, ປະທານກອງປະຊຸມຍັງໄດ້ເນັ້ນໜັກໃຫ້ທັງສອງຂະແໜງການ ຕ້ອງໄດ້ຍົກສູງຄວາມຮັບຜິດ ຊອບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ, ເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອຮັບປະກັນບັນຫາດັ່ງກ່າວບໍ່ໃຫ້ກະທົບແຮງຕໍ່ສັງຄົມ ແລະ ປະຊາຊົນ ຕາມລາຍງານຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ

ໂພສຕ໌ຄ້າຍໆກັນ

ສະແດງຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

ບົດຄວາມລ່າສຸດ