ໂດຍຕອບສະໜອງຄຳເຊື້ອເຊີນຂອງ ທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍພັນລະຍາ, ການເດີນທາງຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການ ຂອງໃນລະຫວ່າງວັນທີ 27–29 ພຶດສະພາ ຜ່ານມາ ທ່ານ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ໄດ້ຮັບຜົນສຳເລັດອັນຈົບງາມ ແລະ ໄດ້ສ້າງໝາກຜົນອັນສຳຄັນໃຫ້ແກ່ສາຍພົວພັນ ຫວຽດນາມ–ໄທ; ທັງນີ້, ຍັງໄດ້ສ່ອງແສງໃຫ້ເຫັນເຖິງການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດ ທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍທິດ ແລະ ຫຼາຍຝ່າຍ ຂອງຫວຽດນາມ ໃນໄລຍະການພັດທະນາໃໝ່.
ການຢ້ຽມຢາມໃນຄັ້ງນີ້ ມີຄວາມໝາຍຄວາມສຳຄັນເປັນພິເສດ ທ່າມກາງທີ່ ປະເທດຫວຽດນາມ ກຳລັງຊຸກຍູ້ແນວທາງການພັດທະນາ ຕາມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ການເລືອກເອົາ ປະເທດໄທ ເປັນຈຸດໝາຍປາຍທາງທຳອິດ ຂອງການຢ້ຽມຢາມລະດັບສູງໃນພາກພື້ນອາຊຽນ ພາຍຫຼັງກອງປະຊຸມໃຫຍ່ຂອງພັກ, ຍິ່ງເປັນການຢືນຢັນເຖິງຄວາມສຳຄັນ ທີ່ຫວຽດນາມ ໃຫ້ແກ່ສາຍພົວພັນກັບປະເທດເພື່ອນມິດ, ປະເທດສະມາຊິກອາຊຽນ ແລະ ບົດບາດສູນກາງຂອງອາຊຽນ ໃນໂຄງສ້າງພາກພື້ນທີ່ກຳລັງກໍ່ຕົວຂຶ້ນ.

ໃນລະຫວ່າງການຢ້ຽມຢາມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ ໄດ້ມີການເຂົ້າຢ້ຽມຄຳນັບ ແລະ ພົບປະກັບບັນດາຜູ້ນຳລະດັບສູງຂອງໄທ. ທັງສອງຝ່າຍໄດ້ຕີລາຄາຮ່ວມກັນວ່າ ສາຍພົວພັນສອງຝ່າຍ ມີການຂະຫຍາຍຕົວໃນທາງບວກຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນພາຍຫຼັງທີ່ສອງປະເທດ ໄດ້ຍົກລະດັບສາຍພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ທີ່ໄດ້ຮັບການຮັດແໜ້ນຢ່າງບໍ່ຢຸດຢັ້ງ. ຜູ້ນຳທັງສອງປະເທດ ໄດ້ເຫັນດີເປັນເອກະພາບ ທີ່ຈະຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆທີ່ມີຢູ່ ແລ້ວໃຫ້ເກີດຜົນເປັນຮູບປະທຳ ພ້ອມທັງຂະຫຍາຍຄວາມຮ່ວມມືໄປສູ່ຂົງເຂດໃໝ່ໆ ທີ່ສອດຄ່ອງກັບທ່າອ່ຽງການພັດທະນາຂອງພາກພື້ນ ແລະ ຂອງໂລກ.
ໜຶ່ງໃນໝາກຜົນອັນສຳຄັນ ຂອງການຢ້ຽມຢາມຄັ້ງນີ້ ແມ່ນການທີ່ທັງສອງຝ່າຍໄດ້ຢືນຢັນເຈດຈຳນົງຮ່ວມກັນ ໃນການຊຸກຍູ້ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃຫ້ມີຄວາມເລິກເຊິ່ງ, ເປັນຮູບປະທຳ ແລະ ມີປະສິດທິຜົນສູງຂຶ້ນ. ຫວຽດນາມ ແລະ ໄທ ເຫັນດີທີ່ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຕິດຕໍ່ລະດັບສູງ, ຕະຫຼອດຮອດການຍົກສູງປະສິດທິຜົນ ຂອງກົນໄກຄວາມຮ່ວມມືທີ່ມີຢູ່ ເຊິ່ງລວມທັງກົນໄກການປະຊຸມຮ່ວມຄະນະລັດຖະມົນຕີ ຫວຽດນາມ–ໄທ, ອັນຖືເປັນກົນໄກຄວາມຮ່ວມມືສະເພາະ ທີ່ສ່ອງແສງເຖິງລະດັບຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຜູກພັນອັນສະໜິດແໜ້ນຍິ່ງຂຶ້ນ ລະຫວ່າງສອງປະເທດ.
ທາງດ້ານເສດຖະກິດ ຍັງຄົງແມ່ນເສົາຄ້ຳອັນສຳຄັນຂອງຄວາມຮ່ວມມື. ໄທ ແມ່ນຄູ່ຄ້າອັນດັບໜຶ່ງຂອງຫວຽດນາມ ຢູ່ໃນອາຊຽນ ໂດຍມູນຄ່າການຄ້າລະຫວ່າງສອງປະເທດ ໃນປີ 2025 ຜ່ານມາ ແມ່ນບັນລຸໄດ້ຫຼາຍກວ່າ 22.000 ລ້ານໂດລາສະຫະລັດ. ໃນຂະນະດຽວກັນ, ໄທ ກໍ່ແມ່ນໜຶ່ງໃນນັກລົງທຶນລາຍໃຫຍ່ທີ່ສຳຄັນທີ່ສຸດຂອງອາຊຽນ ຢູ່ຫວຽດນາມ. ບົນພື້ນຖານຜົນສຳເລັດທີ່ຜ່ານມາ, ທັງສອງຝ່າຍໄດ້ເຫັນພ້ອມທີ່ຈະສົ່ງເສີມຄວາມຮ່ວມມືດ້ານການຄ້າ, ການລົງທຶນ, ໂລຈິສຕິກ, ການເຊື່ອມໂຍງໂຄງລ່າງພື້ນຖານ, ການພັດທະນາຕ່ອງໂສ້ອຸປະທານ, ເສດຖະກິດດີຈີຕອນ, ການຫັນປ່ຽນສູ່ເສດຖະກິດສີຂຽວ, ພະລັງງານໝູນວຽນ ແລະ ນະວັດຕະກຳ ເຊິ່ງລ້ວນແຕ່ແມ່ນຂົງເຂດທີ່ມີທ່າແຮງບົ່ມຊ້ອນສູງ ໃນການສ້າງແຮງຂັບເຄື່ອນໃໝ່ ໃຫ້ແກ່ເສດຖະກິດຂອງສອງປະເທດໃນໄລຍະຕໍ່ໜ້າ.
ນອກເໜືອຈາກຄວາມຮ່ວມມືທາງດ້ານເສດຖະກິດແລ້ວ, ສອງປະເທດຍັງໄດ້ເຫັນດີທີ່ຈະເພີ່ມທະວີຄວາມຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ການປ້ອງກັນ ແລະ ປາບປາມອາດຊະຍາກຳຂ້າມຊາດ, ຄວາມປອດໄພທາງໄຊເບີ, ການປາບປາມຢາເສບຕິດ ແລະ ອາດຊະຍາກຳຮູບແບບໃໝ່. ໃນຂະນະດຽວກັນ, ຄວາມຮ່ວມມືດ້ານວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ການແລກປ່ຽນລະຫວ່າງປະຊາຊົນ ກໍ່ຄືການເຊື່ອມໂຍງລະຫວ່າງທ້ອງຖິ່ນ ຍັງຄົງໄດ້ຮັບການກຳນົດໃຫ້ເປັນເສົາຄ້ຳອັນສຳຄັນ ໃນການເສີມສ້າງຮາກຖານທາງສັງຄົມ ຂອງສາຍພົວພັນທະວິພາຄີ ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງໃນໄລຍະຍາວ.
ການຢ້ຽມຢາມໃນຄັ້ງນີ້ ຍັງໄດ້ສ່ອງແສງໃຫ້ເຫັນເຖິງຄວາມສອດຄ່ອງກັນທາງດ້ານທັດສະນະ ຂອງຫວຽດນາມ ແລະ ໄທ ຕໍ່ກັບບັນດາບັນຫາຍຸດທະສາດທີ່ສຳຄັນຂອງພາກພື້ນ ແລະ ຂອງໂລກ. ທັງສອງຝ່າຍຕ່າງໄດ້ເນັ້ນຢ້ຳເຖິງຄວາມສຳຄັນ ຂອງການຮັກສາໄວ້ເຊິ່ງສັນຕິພາບ, ສະຖຽນລະພາບ, ຄວາມຮ່ວມມື ແລະ ການພັດທະນາຢ່າງຍືນຍົງ ຕະຫຼອດຮອດການຍຶດໝັ້ນໃນກົດໝາຍສາກົນ, ບົດບາດສູນກາງຂອງອາຊຽນ ແລະ ຄວາມຈຳເປັນໃນການເສີມສ້າງຄວາມເປັນເອກະພາບພາຍໃນອາຊຽນ ທາມກາງສະພາບການໂລກທີ່ມີຄວາມຜັນຜວນ ແລະ ສະຫຼັບຊັບຊ້ອນໃນປັດຈຸບັນ.
ໂດຍສະເພາະຢ່າງຍິ່ງ, ການທີ່ຜູ້ນຳທັງສອງປະເທດ ໄດ້ໃຫ້ຄວາມສຳຄັນກັບການປະສານງານໃນຂອບອາຊຽນ, ຄວາມຮ່ວມມືອະນຸພາກພື້ນແມ່ນ້ຳຂອງ ແລະ ກົນໄກຫຼາຍຝ່າຍອື່ນໆ ໄດ້ສ່ອງແສງເຖິງຄວາມມຸ່ງໝັ້ນຮ່ວມກັນ ໃນການມີສ່ວນຮ່ວມຢ່າງສ້າງສັນ ຕໍ່ຄວາມພະຍາຍາມຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ເຊິ່ງສອດຄ່ອງກັບນະໂຍບາຍການຕ່າງປະເທດຂອງຫວຽດນາມໃນໄລຍະໃໝ່ ທີ່ມຸ່ງສົ່ງເສີມບົດບາດເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ສ້າງສັນໃນເວທີພາກພື້ນ ແລະ ສາກົນ ຄວບຄູ່ໄປກັບການໃຫ້ຄວາມສຳຄັນ ຕໍ່ການຮັດແໜ້ນສາຍພົວພັນ ກັບບັນດາປະເທດຄູ່ຮ່ວມຍຸດທະສາດທີ່ສຳຄັນໃນອາຊຽນ.
ການຢ້ຽມຢາມຮາຊະອານาຈັກໄທ ຢ່າງເປັນທາງການ ຂອງທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ ບໍ່ພຽງແຕ່ມີສ່ວນຊ່ວຍຍົກລະດັບຄວາມເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ໄທ ໃຫ້ກ້າວເຂົ້າສູ່ລວງເລິກເທົ່ານັ້ນ, ແຕ່ຍັງໄດ້ສົ່ງສານອັນຈະແຈ້ງ ເຖິງຄວາມສຳຄັນທີ່ຫວຽດນາມມອບໃຫ້ແກ່ອາຊຽນ, ປະເທດເພື່ອນມິດ ແລະ ຂະບວນການເຊື່ອມໂຍງຄວາມຮ່ວມມືໃນພາກພື້ນ. ໝາກຜົນຈາກການຢ້ຽມຢາມຄັ້ງນີ້ ຄາດວ່າຈະເປັນແຮງຊຸກຍູ້ອັນສຳຄັນ ໃຫ້ທັງສອງປະເທດຂະຫຍາຍຄວາມຮ່ວມມືຢ່າງເປັນຮູບປະທຳຕໍ່ໄປ ອັນຈະນຳມາຊຶ່ງຜົນປະໂຫຍດໃຫ້ແກ່ການພັດທະນາຂອງແຕ່ລະປະເທດ, ພ້ອມທັງສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຮ່ວມກັນ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ໃນອະນາຄົດ.






