ກຸ່ມບໍລິສັດ AgroBerries ໄດ້ປະກາດໃນມື້ນີ້ວ່າ ກຳລັງຂະຫຍາຍທຸລະກິດປູກໝາກບູເບີຣີໄປສູ່ ສ.ປ.ປ. ລາວ ຜ່ານການຮ່ວມທຶນກັບຜູ້ປະກອບການໝາກບູເບີຣີ Mekong Blue, ເຊິ່ງເປັນແພລດຟອມໝາກເບີຣີທີ່ຕັ້ງຢູ່ໃນລາວ ເຊິ່ງກໍ່ຕັ້ງໂດຍບໍລິສັດ Mekong Blue Pte Ltd. ຂອງສິງກະໂປ.
ນີ້ແມ່ນການພັດທະນາກະສິກຳຄັ້ງທຳອິດຂອງກຸ່ມບໍລິສັດໃນພາກພື້ນ ແລະ ລວມມີໂຄງການປູກໝາກບູເບີຣີ 150 ເຮັກຕາ, ໂດຍມີການປູກແລ້ວ 30 ເຮັກຕາ.
ການເກັບກ່ຽວຜົນຜະລິດຄາດວ່າຈະຢູ່ໃນໄຕມາດທີ 4 ປີ 2026, ໂດຍຈະສົ່ງອອກໄປຕະຫຼາດຕ່າງໆທົ່ວອາຊີ ຜ່ານທາງ BerryWorld Asia ເຊີ່ງເປັນພະແນກໝື່ງຂອງບໍລິສັດດ້ວຍໝາກບູເບີຣີພັນ Mountain Blue Orchards (MBO) ທີ່ມີຄຸນນະພາບສູງ.

ທ່ານ Juan Pablo Lavín, ຫົວໜ້າຝ່າຍກະສິກຳທົ່ວໂລກຂອງ AgroBerries, ໄດ້ກ່າວວ່າ : “ນີ້ແມ່ນການພັດທະນາທີ່ໜ້າຕື່ນເຕັ້ນສຳລັບບໍລິສັດ. ໂດຍໄດ້ລົງທຶນໃນພັນທຸກຳ ແລະ ຂະຫຍາຍການດຳເນີນງານກະສິກຳຂອງພວກເຮົາທົ່ວອາເມລິກາໃຕ້ ແລະ ອາເມລິກາກາງ ແລະ ອາຟຣິກາໃນໄລຍະຫຼາຍທົດສະວັດທີ່ຜ່ານມາ, ພວກເຮົາມີຄວາມຍິນດີທີ່ໄດ້ເຮັດວຽກຮ່ວມກັບຄູ່ຮ່ວມງານທີ່ມີຄວາມສາມາດ ແລະ ມີປະສົບການເປັນສ່ວນໜຶ່ງຂອງຍຸດທະສາດການເຕີບໂຕຂອງພວກເຮົາສຳລັບຕະຫຼາດອາຊີ.”
ທ່ານ Max Emden, ຫົວໜ້າ BerryWorld ອາຊີ, ກ່າວຕື່ມວ່າ: “ລາວສະເໜີໂອກາດພິເສດໃນການສະໜອງໝາກບູເບີຣີທີ່ມີຄຸນນະພາບສູງໃຫ້ແກ່ຕະຫຼາດອາຊີໃນຊ່ວງເວລາທີ່ໜ້າສົນໃຈຫຼາຍ. ໂດຍການລວມເອົາຕົ້ນກຳເນີດ ຍຸດທະສາດເຂົ້າກັບໂຄງການພັນທຸກໍາຊັ້ນນໍາ, ພວກເຮົາມີທ່າທີ່ດີທີ່ຈະສ້າງການສະເໜີບູເບີຣີທີ່ມີຄຸນນະພາບສູງ ແລະ ເລັ່ງການເຕີບໂຕບູເບີຣີຂອງພວກເຮົາໃນທົ່ວພາກພື້ນ.”
ທີມງານ AgroBerries ແລະ BerryWorld ອາຊີຈະເຂົ້າຮ່ວມງານ Asia Fruit Logistica ທີ່ ສິງກະໂປ ຕັ້ງແຕ່ວັນທີ 2 ຫາ 4 ກັນຍາ 2026.






