ທະນາຄານພັດທະນາອາຊີ ຫລື ADB ຫລຸດຄາດຄະເນການຂະຫຍາຍຕົວທາງເສດຖະກິດປີ 2026 ຂອງກຸ່ມປະເທດກໍາລັງພັດທະນາໃນພາກພື້ນອາຊີຕາເວັນອອກສຽງໃຕ້ມາຢູ່ 4.6% ເນື່ອງຈາກໄດ້ຮັບຜົນກະທົບຈາກຄວາມຂັດແຍ່ງໃນພາກພື້ນຕາເວັນອອກກາງທີ່ສົ່ງຜົນເຮັດໃຫ້ລາຄາພະລັງງານ ແລະ ອາຫານໃນຕະຫລາດໂລກເພີ່ມສູງຂຶ້ນ ຈົນກາຍເປັນແຮງກົດດັນຕໍ່ອັດຕາເງິນເຟີ້ທົ່ວພາກພື້ນ.
ສໍາລັບປະເທດລາວ, ADB ຄາດຄະເນອັດຕາການເຕີບໃຫຍ່ທາງເສດຖະກິດໄວ້ໃນລະດັບ 4.0% ໃນປີ 2026 ແລະ 4.5% ໃນປີ 2027. ຂະນະທີ່ຫວຽດນາມຍັງຮັກສາຕໍາແໜ່ງເສດຖະກິດເຕີບໃຫຍ່ໄວທີ່ສຸດໃນພາກພື້ນ ໂດຍມີແຮງຂັບເຄື່ອນຈາກການຂະຫຍາຍຕົວຢ່າງຕໍ່ເນື່ອງໃນຂະແໜງການຜະລິດ, ການສົ່ງອອກ ແລະ ການລົງທຶນ.
ລາຍງານວິເຄາະທ່າອ່ຽງເສດຖະກິດໃນພາກພື້ນອາຊີ (Asian Development Outlook: ADO) ສະບັບເດືອນກໍລະກົດ 2026 ຂອງ ADB ລະບຸວ່າ : ການຫລຸດຄາດຄະເນການເຕີບໃຫຍ່ທາງເສດຖະກິດໃນປີ 2026 ລົງມາຢູ່ 4.6% ຈາກທີ່ເຄີຍປະເມີນໄວ້ໃນເດືອນເມສາຢູ່ລະດັບ 4.7%
ໂດຍມີສາເຫດຕົ້ນຕໍມາຈາກຄວາມຂັດແຍ່ງຢູ່ພາກພື້ນຕາເວັນອອກກາງ ທີ່ສົ່ງຜົນເຮັດໃຫ້ອຸປະສົງຈາກພາຍນອກອ່ອນແອລົງ, ຄວາມບໍ່ແນ່ນອນທົ່ວໂລກເພີ່ມສູງຂຶ້ນ, ເກີດການຢຸດສະງັກໃນຕ່ອງໂສ້ອຸປະທານ ຕະຫລອດຈົນຕົ້ນທຶນສິນຄ້າ ແລະ ປັດໄຈການຜະລິດທີ່ປັບສູງຂຶ້ນ. ເຖິງຢ່າງໃດກໍດີ, ADB ຍັງຮັກສາຕົວເລກຄາດຄະເນການຂະຫຍາຍຕົວຂອງເສດຖະກິດໃນປີ 2027 ຂອງພາກພື້ນໄວ້ໃນລະດັບ 4.8%.






