ອີງຕາມບົດລາຍງານແນວໂນ້ມການພັດທະນາອາຊີ ( Asian Development Outlook ຫຼື ADO ) ສະບັບຫຼ້າສຸດ ລະບຸວ່າ ເຖິງແມ່ນສະຖຽນລະພາບດ້ານເສດຖະກິດມະຫາພາກຂອງລາວຈະເລີ່ມປັບຕົວດີຂຶ້ນ ຍ້ອນອັດຕາເງິນເຟີ້ທີ່ຫຼຸດລົງ ແລະ ຄ່າເງິນທີ່ມີຄວາມໝັ້ນຄ່ຽງຫຼາຍຂຶ້ນ ຈົນຊ່ວຍຟື້ນຟູຄວາມເຊື່ອໝັ້ນ ແຕ່ທ່າອ່ຽງການເຕີບໂຕໃນປີນີ້ຍັງຄົງຊະລໍຕົວ ຍ້ອນຜົນກະທົບຈາກລາຄານ້ຳມັນເຊື້ອໄຟໃນຕະຫຼາດໂລກ, ຕົ້ນທຶນການນຳເຂົ້າທີ່ເພີ່ມຂຶ້ນ, ຄວາມຕ້ອງການຈາກຕ່າງປະເທດທີ່ອ່ອນແອລົງ ລວມທັງພື້ນທີ່ທາງການເງິນຂອງພາກລັດຍັງມີຈຳກັດ.
ທ່ານນາງ ແຊນນີ ແຄມເບວ ( Shanny Campbell ), ຜູ້ອຳນວຍການ ADB ປະຈຳ ສປປ ລາວ ເນັ້ນໜັກວ່າ ການສືບຕໍ່ຮັກສານະໂຍບາຍເສດຖະກິດມະຫາພາກທີ່ຮັດກຸມ ໄປພ້ອມກັບການອຳນວຍຄວາມສະດວກດ້ານການຄ້າ, ການສ້າງຄວາມຫຼາກຫຼາຍໃຫ້ແກ່ສິນຄ້າສົ່ງອອກ ແລະ ການເຊື່ອມສານແຜນຮັບມືກັບການປ່ຽນແປງດິນຟ້າອາກາດເຂົ້າໃນແຜນພັດທະນາ ຈະເປັນກະແຈສຳຄັນໃນການຊຸກຍູ້ການຟື້ນຕົວທີ່ໝັ້ນຄົງ ແລະ ທົ່ວເຖິງ.
ໃນດ້ານແຮງຂັບເຄື່ອນ, ຂະແໜງການບໍລິການຍັງຄົງມີບົດບາດໂດດເດັ່ນ ໂດຍສະເພາະການທ່ອງທ່ຽວທີ່ດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ເຖິງ 2.6 ລ້ານເທື່ອຄົນໃນເຄິ່ງຕົ້ນປີ 2026 ເພີ່ມຂຶ້ນ 9.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຂະນະທີ່ຂະແໜງອຸດສາຫະກຳຍັງເຕີບໂຕໄດ້ດີຈາກການລົງທຶນໃນພະລັງງານທົດແທນ, ວຽກງານກໍ່ສ້າງ, ຂະແໜງບໍ່ແຮ່ ແລະ ການສົ່ງອອກກະແສໄຟຟ້າ ສ່ວນຂະແໜງກະສິກຳຄາດວ່າຍັງປະກອບສ່ວນໄດ້ໃນລະດັບປານກາງ.
ເຖິງຢ່າງໃດກໍຕາມ, ທັງພາກກະສິກຳ ແລະ ອຸດສາຫະກຳ ພວມປະເຊີນກັບຄວາມສ່ຽງສູງຂຶ້ນຈາກໄພພິບັດທຳມະຊາດ ບໍ່ວ່າຈະເປັນໄພນ້ຳຖ້ວມ, ໄພແຫ້ງແລ້ງ ຫຼື ປະລິມານຝົນຕົກທີ່ຜິດປົກກະຕິ ເຊິ່ງອາດສ້າງຄວາມເສຍຫາຍຕໍ່ການຜະລິດໄຟຟ້າພະລັງນ້ຳ, ຜົນຜະລິດກະສິກຳ ແລະ ລາຍຮັບເງິນຕາຕ່າງປະເທດ.
ສຳລັບອັດຕາເງິນເຟີ້ ຄາດວ່າຈະສະເລ່ຍຢູ່ທີ່ 8.0% ໃນປີ 2026 ກ່ອນຈະຫຼຸດລົງເຫຼືອ 6.5% ໃນປີ 2027 ຂະນະທີ່ຍອດເກີນດຸນບັນຊີເດີນສະພັດໄດ້ຮ່ອມແຄບລົງຢ່າງຫຼວງຫຼາຍ ຍ້ອນການນຳເຂົ້າເພີ່ມຂຶ້ນຢ່າງວ່ອງໄວສວນທາງກັບການສົ່ງອອກທີ່ຍັງຄົງຕົວ ບວກກັບແຮງກົດດັນຕໍ່ເນື່ອງຈາກພັນທະການຊຳລະໜີ້ສິນຕ່າງປະເທດ ທີ່ອາດເປັນສິ່ງທ້າທາຍໃຫຍ່ຕໍ່ເສດຖະກິດລາວໃນໄລຍະຕໍ່ໜ້າ.






