spot_img

ລາວ

한국뉴스인사이트 특파원이 전하는 최신 한국 뉴스

정렬 기준

ຍີ່ປຸ່ນ ຊ່ວຍເຫລືອ 124 ຕື້ກວ່າກີບ ໃນໂຄງການລົດເມໄຟຟ້າ ຂົນສົ່ງສາທາລະນະ ແຂວງຫລວງພະບາງ.

ວັນທີ 6 ກຸມພາ 2026 ທີ່ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ສໍາລັບໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນໃນໂຄງການພັດທະນາເສດຖະກິດ ແລະ ສັງຄົມ ເພື່ອສະໜອງອຸປະກອນການຂົນສົ່ງສາທາລະນະ (The Economic and Social Deve lopment Programme-Public transportation related equipment) ມູນຄ່າ 900 ລ້ານເຢນ ຫລື...

ລາວ ແລະ ກຳປູເຈຍ, ຮ່ວມກັນສົ່ງເສີມສາຍພົວພັນສອງຝ່າຍ, ຕັ້ງເປົ້າໝາຍການຄ້າບັນລຸ 700 ລ້ານ U$ ພາຍໃນປີ 2030

ລາວ ແລະ ກຳປູເຈຍ ໄດ້ຢືນຢັນຄຳໝັ້ນສັນຍາຂອງພວກເຂົາໃນການເສີມສ້າງການຮ່ວມມືໃນທຸກຂະແໜງການ, ໂດຍສຸມໃສ່ການຂະຫຍາຍການຄ້າສອງຝ່າຍໃຫ້ບັນລຸ 700 ລ້ານໂດລາສະຫະລັດ ພາຍໃນປີ 2030. ນາຍົກລັດຖະມົນຕີ ຮຸນ ມາເນດ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ທີ່ພະລາຊະວັງສາມັກຄີ ໃນວັນເສົາຕອນບ່າຍ ໃນລະຫວ່າງການຢ້ຽມຢາມພະນົມເປັນຂອງທ່ານນາຍົກລັດຖະມົນຕີ ສຳລັບກອງປະຊຸມສາມຝ່າຍຂອງຜູ້ນຳພັກຈາກກຳປູເຈຍ, ລາວ ແລະ ຫວຽດນາມ. ຜູ້ນຳທັງສອງໄດ້ຍ້ອງຍໍຄວາມຄືບໜ້າຢ່າງຕໍ່ເນື່ອງຂອງການພົວພັນສອງຝ່າຍພາຍໃຕ້ການຮ່ວມມືຍຸດທະສາດຮອບດ້ານຂອງພວກເຂົາ ແລະ ຮຽກຮ້ອງໃຫ້ກະຊວງທີ່ກ່ຽວຂ້ອງເຮັດວຽກຢ່າງໃກ້ຊິດເພື່ອໃຫ້ຜົນປະໂຫຍດທີ່ແທ້ຈິງແກ່ປະຊາຊົນຂອງພວກເຂົາ. ເພື່ອສະເຫຼີມສະຫຼອງວັນຄົບຮອບ...

ລາວ ແລະ UAE ຫາລືກ່ຽວກັບການເສີມສ້າງສາຍພົວພັນທະວິພາຄີ ໃນລະຫວ່າງ ປະຊຸມສຸດຍອດລັດຖະບານໂລກ 2026

ລາວ ແລະ ສະຫະລັດອາຣັບເອມີເຣດ ໄດ້ປຶກສາຫາລືກ່ຽວກັບວິທີການເສີມສ້າງສາຍພົວພັນສອງຝ່າຍໃນລະຫວ່າງການຢ້ຽມຢາມຂອງຄະນະຜູ້ແທນລາວໄປຍັງສະຫະລັດອາຣັບເອມີເຣດ ສຳລັບກອງປະຊຸມສຸດຍອດລັດຖະບານໂລກ 2026 (WGS). ທ່ານ Saeed Al Hajeri, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບທ່ານ Maythong Thammavongsa, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ແລະ ຄະນະຜູ້ແທນ ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ. ໃນລະຫວ່າງການພົບປະ, ທັງສອງຝ່າຍໄດ້ຄົ້ນຄວ້າຂົງເຂດການຮ່ວມມື ແລະ ໂອກາດສຳລັບການພັດທະນາຕື່ມອີກໃນຂະແໜງເສດຖະກິດ, ການລົງທຶນ, ເຕັກໂນໂລຊີ,...

ລາວ ແລະ ກຳປູເຈຍ ປັກຫຼັກເຂດແດນ ໄດ້ 86% ເຫຼືອ 14% ຍັງສືບຕໍ່ປັກຫຼັກໄຫ້ແລ້ວເສັດ .

ຜູ້ນຳສູງສຸດຂອງພັກປະຊາຊົນກຳປູເຈຍ (CPP) ແລະ ພັກປະຊາຊົນປະຕິວັດລາວ (LPRP) ໄດ້ສະແດງຄວາມພໍໃຈກັບສະພາບການໃນປະຈຸບັນຂອງຄວາມໝັ້ນຄົງ, ຄວາມປອດໄພ ແລະ ສັນຕິພາບຕາມຊາຍແດນກຳປູເຈຍ-ລາວ ໂດຍເນັ້ນໜັກວ່າການປັກຫຼັກໝາຍຊາຍແດນລະຫວ່າງສອງປະເທດໄດ້ສຳເລັດແລ້ວ 86 ເປີເຊັນ, ສ່ວນທີ່ເຫຼືອ 14 ເປີເຊັນຍັງສືບຕໍ່ແກ້ໄຂດ້ວຍສັນຕິວິທີ. ຄຳກ່າວນີ້ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ, ປະທານພັກປະຊາຊົນກຳປູເຈຍ, ແລະ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ໃນລະຫວ່າງກອງປະຊຸມສຸດຍອດສອງຝ່າຍ...

ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເດີນທາງເຖິງນະຄອນຫຼວງວຽງຈັນແລ້ວ

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນທີ 5 ມັງກອນ 2026 ນີ້, ໂດຍມີ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ...

ລາວ-ຮົງກາລີ ລົງນາມຮ່ວມມື ພາຍໃຕ້ໂຄງການສະໜອງທຶນ ການສຶກສາຮົງກາລີ ໄລຍະປີ 2026-2028

ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍຢ່າງເປັນທາງການກັບ ທ່ານ ປີເຕີ ຊີຢາໂຕ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ແລະ ຄະນະ ໃນວັນທີ ວັນທີ 4...

ນວ ກ້າວສູ່ເມືອງສີຂຽວ ເປີດໃຊ້ໂຮງງານບຳບັດນໍ້າເປື້ອນ ທັນສະໄໝມາດຕະຖານ EU

ໃນມື້ນີ້ ວັນທີ 4 ກຸມພາ 2026 ທີ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີມອບ-ຮັບຢ່າງເປັນທາງການ ໂຮງງານບຳບັດນໍ້າເປື້ອນນະຄອນຫຼວງວຽງຈັນ ແລະ ລະບົບສາຍທໍ່ສົ່ງນໍ້າເປື້ອນ ທີ່ມີຄວາມສາມາດບຳບັດ 26.000 ແມັດກ້ອນ/ວັນ ແລະ ຮອງຮັບການຂະຫຍາຍໄດ້ເຖິງ 52.000 ແມັດກ້ອນ/ວັນ ດ້ວຍເຕັກໂນໂລຊີ MBBR ທັນສະໄໝ ຕາມມາດຕະຖານ...

ອັດຕະປື ໄດ້ສໍາຫຼວດ ແລະ ຂຶ້ນບັນຊີແຫຼ່ງທ່ອງທ່ຽວ 90 ແຫ່ງ ໃນປີ 2025

ພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງອັດຕະປື ໄດ້ສໍາຫຼວດຂຶ້ນບັນຊີແຫຼ່ງທ່ອງທ່ຽວ 90 ແຫ່ງ ໃນປີ 2025 ໄດ້ກໍານົດຂອບເຂດສໍາລັບໂຄງການຕ່າງໆ ເຊັ່ນ : ອ່າງນໍ້າເຂື່ອນເຊກະໝານ 1, ສວນອະນຸສອນສະຖານລົດຕັງປາງສົງຄາມ ເພື່ອກະກຽມການພັດທະນາໃນອະນາຄົດ ແລະ ໄດ້ລົງສໍາຫຼວດຖ້ຳພູແດງ, ເສັ້ນທາງໂຮ່ຈີ່ມິງ ລວມທັງການເປີດປະມູນ ການສໍາປະທານພັດທະນາແຫຼ່ງທ່ອງທ່ຽວຕາດແຊພະ ແລະ ຕາດແຊປ້ອງໄລ ແລະ ອື່ນໆ. ໃນປີ 2025...

ນາຍົກ ເຂົ້າຮ່ວມເປີດງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2026

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄກ້ເຂົ້າຮ່ວມພິທີເປີດງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2026 ໃນຕອນແລງ ຂອງວັນທີ 31 ມັງກອນ 2026 ທີ່ຜ່ານມາ. ໃນໂອກາດນີ້, ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງແຂວງຈຳປາສັກ ໄດ້ກ່າວໃນພິທີໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ : ງານບຸນນະມັດສະການຜາສາດຫີນວັດພູຈໍາປາສັກປີນີ້ ໄດ້ຈັດຂຶ້ນ​ເພື່ອ ສະເຫຼີມສະຫຼອງສະຖານບູຮານວັດພູຈໍາປາສັກ ຖືກຮັບຮອງເປັນມໍລະດົກໂລກ ຄົບຮອບ...

ດ່ານ ຕມ ສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ ເກັບລາຍຮັບໄດ້ 1.4 ຕື້ກວ່າກີບ ໃນປີ 2025.

ດ່ານ ຕມ ສາກົນຂົວມິດຕະພາບ 3 ແຂວງຄຳມ່ວນສາມາດຈັດເກັບລາຍຮັບໄດ້ທັງໝົດ 1,485,666,000 ກີບ ( ທຽບໃສ່ປີ 2024 ຈັດເກັບໄດ້ 1,313,266,000 ກີບ ເພີ້ມຂຶ້ນ 11.31% ) .. . ຄົນແຈ້ງເຂົ້າ-ອອກເມືອງທັງໝົດ 414,366 ຄົນ,ຍິງ 137,557 ຄົນ ; ເດັກ 20,891...

매일 업데이트 받기

하루를 시작하세요 가장 중요한 북한 이야기 코리아뉴스가 선정한

가장 인기 많은