14 C
Laos
ວັນພະຫັດ,ມັງກອນ,29
spot_img

ຂ່າວ

한국뉴스인사이트 특파원이 전하는 최신 한국 뉴스

정렬 기준

ລາວ ແລະ ເກົາຫຼີ ເຊັນສົນທິສັນຍາຮ່ວມມືທາງດ້ານກົດໝາຍ ແລະ ຕໍ່ອາຍຸ MOU ດ້ານແຮງງານ.

ລະຫວ່າງການໄປ ຢຽມຢາມ ເກົາຫຼີໃຕ້ ຂອງ ທ່ານ ທອງລຸນ ສີສຸລິດ ລາວ ແລະ ເກົາຫຼີໃຕ້ ໄດ້ລົງນາມໃນສົນທິສັນຍາ 2 ສະບັບຄື : ສົນທິສັນຍາສະບັບໜຶ່ງກ່ຽວກັບການຊ່ວຍເຫຼືອທາງດ້ານກົດໝາຍເຊິ່ງກັນແລະກັນໃນເລື່ອງອາຍາ ແລະ ສົນທິສັນຍາສະບັບໜຶ່ງກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ ແລະ ໄດ້ຕໍ່ອາຍຸບົດບັນທຶກຄວາມເຂົ້າໃຈກ່ຽວກັບລະບົບການອະນຸຍາດຈ້າງງານຂອງ ສ.ເກົາຫຼີ ສຳລັບແຮງງານລາວ.

ໃນມື້ນີ້, ປະທານປະເທດແຫ່ງ ສປປ ລາວ ກຳລັງເດີນຢ້ຽມຢາມ ສາທາລະນະລັດເກົາຫຼີຢ່າງເປັນທາງການທີ່ 14 ທັນວາ 2025

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ກຳລັງເດີນທາງຢ້ຽມຢາມຢ່າງເປັນທາງການທີ່ສາທາລະນະລັດເກົາຫຼີ ແຕ່ວັນທີ 14-15 ທັນວາ 2025 ຕາມຄຳເຊີນຂອງທ່ານ ລີ ແຈມຽງ ປະທານາທິບໍດີ. ທ່ານ ທອງລຸນ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈະເດີນທາງມານຳ. ການຢ້ຽມຢາມຄັ້ງນີ້ ມີຈຸດປະສົງເພື່ອເສີມສ້າງ ແລະ...

“ທຫລ” ທະນາຄານແຫ່ງ ສປປ ລາວ ຕັ້ງເປົ້າ ຄຸມອັດຕາເງິນເຟີ້ໃຫ້ຢູ່ທີ່ 5% ໃນປີຫນ້າ 2026

ທຫລ ( ທະນາຄານແຫ່ງ ສປປ ລາວ ) ໄດ້ເປີດເຜີຍທິດທາງແຜນເງິນຕາປີ 2026 ຕໍ່ກອງປະຊຸມສະພາແຫ່ງຊາດ ໂດຍກຳນົດເປົ້າໝາຍຫຼັກໃນການຄວບຄຸມອັດຕາເງິນເຟີ້ໃຫ້ຢູ່ໃນລະດັບ 5% (ເໜັງຕີງບວກ-ລົບ 2%) ພ້ອມກັບມາດຕະການຮັກສາສະຖຽນລະພາບທາງດ້ານເງິນຕາຢ່າງຮອບດ້ານ. . ບົດລາຍງານທີ່ນຳສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ IX ລະຫວ່າງວັນທີ 10-21 ພະຈິກ 2025 ໄດ້ສະແດງໃຫ້ເຫັນຜົນສຳເລັດທີ່ໂດດເດັ່ນ ໂດຍອັດຕາເງິນເຟີ້ສະເລ່ຍ 10...

ປະທານປະເທດລາວ ຈະເດີນທາງຢ້ຽມຢາມ ສາທາລະນະລັດເກົາຫລີໃຕ້ ຢ່າງເປັນທາງການ ແຕ່ວັນທີ 14-15 ທັນວາ 2025.

ຕາມຄຳເຊີນຂອງປະທານາທິບໍດີເກົາຫຼີໃຕ້ ທ່ານ ລີ ແຈມຽງ, ເລຂາທິການໃຫຍ່ ແລະ ປະທານປະເທດລາວ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ຈະເດີນທາງຢ້ຽມຢາມເກົາຫຼີໃຕ້ຢ່າງເປັນທາງການ ແຕ່ວັນທີ 14 ຫາ 15 ທັນວາ 2025. ການຢ້ຽມຢາມຄັ້ງນີ້ທັງສອງປະເທດ ຈະສະເຫຼີມສະຫຼອງວັນຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ, ເຊິ່ງເປັນບາດກ້າວທີ່ສຳຄັນໃນການສົ່ງເສີມສາຍພົວພັນສອງຝ່າຍ. ໃນລະຫວ່າງການຢ້ຽມຢາມເກົາຫຼີ, ປະທານາທິບໍດີ...

ລາວ ແລະ ສະຫະພາບເອີຣົບ ສະເຫຼີມສະຫຼອງ 50 ປີ ແຫ່ງການພົວພັນທາງການທູດ.

ລາວ ແລະ ສະຫະພາບ ເອີຣົບ (ອີຢູ) ໄດ້ຈັດງານສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຂຶ້ນໃນວັນທີ 10 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມຂອງບັນດາຜູ້ນໍາລະດັບສູງ ແລະ ຄະນະທູຕານຸທູດ. ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານລາວ ແລະ ທ່ານ ມາກ...

ທັບນັກກິລາລາວ ຫວັງ 3-5 ຫຼຽນຄໍາ ໃນງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ.

ໂດຍລາວເຮົາ ໄດ້ສົ່ງ 39 ປະເພດກິລາ ເຂົ້າຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ, ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາຄາດໝາຍຈະສູ້ຊົນໃຫ້ໄດ້ 3-5 ຫຼຽນຄໍາ. ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານໃຫ້ຮູ້ເມື່ອມໍ່ໆມານີ້ໃນພິທີໂອ້ລົມທີມນັກກິລາລາວທີ່ຫ້ອງປະຊຸມຄະນະກໍາການໂອແລມປີກແຫ່ງຊາດລາວ (ຄອລ) ວ່າ...

ADB ໄຫ້ທຶນຊ່ວຍເຫຼືອລ້າ 1.6 ລ້ານໂດລາ ໂຄງການອ່າງບໍາບັດນໍ້າເປື້ອນ ເມືອງທ່າແຂກ ໄດ້ກໍ່ສ້າງສໍາເລັດແລ້ວ

ພິທີ ມອບ-ຮັບ ໂຄງການກໍ່ສ້າງອ່າງບໍາບັດນໍ້າເປື້ອນ ຕົວເມືອງທ່າແຂກ ໂຄງການພັດທະນາຕົວເມືອງຕາມແລວອານຸພາກພື້ນແມ່ນໍ້າຂອງ 4(GMS4)ຈັດຂຶ້ນໃນວັນທີ 5 ທັນວາ 2025 ທີ່ຜ່ານມານີ້. ຢູ່ທີ່ຮ້ານອາຫານເວສຕາ ແຂວງຄຳມ່ວນ ລະຫວ່າງ ທ່ານ ປະເສີດ ບົວພັນ ປະທານບໍລິສັດ ຊັບທະວີ ກໍ່ສ້າງຈໍາກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ) ແລະ ທ່ານ ໂພໄຊ ກະຕິຍາລາດ ຮອງຫົວໜ້າ...

ລາວ ແລະ ຫວຽດນາມ ສົ່ງເສີມໂຄງການຮ່ວມມືດ້ານເສດຖະກິດສຳລັບປີ 2026

ລາວ ແລະ ຫວຽດນາມ ໄດ້ອະນຸມັດແຜນການຮ່ວມມືສຳລັບປີ 2026 ທີ່ນະຄອນຫຼວງວຽງຈັນ, ໂດຍມີຈຸດປະສົງເພື່ອເສີມສ້າງສາຍພົວພັນທາງເສດຖະກິດສອງຝ່າຍທ່າມກາງການຄ້າທີ່ເພີ່ມຂຶ້ນ. ຂໍ້ຕົກລົງດັ່ງກ່າວໄດ້ບັນລຸໄດ້ໃນລະຫວ່າງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານຄັ້ງທີ 48, ໂດຍມີທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນທອນ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມ ມິງ ຈິນ ເປັນປະທານຮ່ວມ. ຜູ້ນຳທັງສອງໄດ້ຕົກລົງເຫັນດີວ່າສາຍພົວພັນທີ່ໃກ້ຊິດໃນດ້ານການເມືອງ, ການພົວພັນສາກົນ, ການປ້ອງກັນປະເທດ, ແລະ ຄວາມໝັ້ນຄົງຍັງຄົງເປັນພື້ນຖານທີ່ແຂງແກ່ນສຳລັບການຂະຫຍາຍກິດຈະກຳທາງເສດຖະກິດ ,ການເພີ່ມຂຶ້ນຢ່າງໄວວາຂອງການຄ້າສອງຝ່າຍສະທ້ອນໃຫ້ເຫັນເຖິງປະສິດທິພາບຂອງກົນໄກການຮ່ວມມືທີ່ມີຢູ່. ການຄ້າສອງຝ່າຍຄາດວ່າຈະບັນລຸປະມານ 3...

ຍີ່ປຸ່ນ ໄຫ້ທຶນຊ່ວຍເຫຼືອ 2.865 ລ້ານເຢນ ປັບປຸງໂຮງໝໍ 4 ແຂວງພາກໃຕ້ ຂອງ ສປປ ລາວ.

ລັດຖະບານຍີ່ປຸ່ນຊ່ວຍທຶນຈໍານວນ 2.865 ລ້ານເຢນ ພາຍໃຕ້ໂຄງການປັບປຸງໂຮງໝໍ 4 ແຂວງພາກໃຕ້ ຂອງ ສປປ ລາວ ເພື່ອພັດທະນາການປິ່ນປົວໃຫ້ມີປະສິດທິພາບ; ເພື່ອບໍ່ໃຫ້ຄົນເຈັບເດີນທາງໄກມາປິ່ນປົວຢູ່ໂຮງໝໍທີ່ນະຄອນຫຼວງວຽງຈັນ ແລະ ອື່ນໆ. ພິທີລົງນາມການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນມື້ວານນີ້ທີ່ກະຊວງການ ຕ່າງປະເທດ, ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ເຊັນໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ...

ຫວຽດນາມ ຄາດວ່າການສົ່ງອອກເຂົ້າ ຫລຸດລົງ 11,5% ໃນປີນີ້ 2025.

ຕາມລາຍງານ ກົມພາສີ ຫວຽດນາມ, ຄາດວ່າ ການສົ່ງອອກເຂົ້າ ໃນປີນີ້ ຈະຫລຸດລົງປະມານ 11,5% ລວມມີ 8 ລ້ານໂຕນ, ໂດຍສະເພາະ, ການສົ່ງອອກ ໄປຍັງ ຟີລິບປິນ ຊຶ່ງເປັນ ຕະຫລາດ ໃຫຍ່ທີ່ສຸດຂອງປະເທດ ຫລຸດລົງ ຢ່າງຫລວງຫລາຍ. ຫວຽດນາມ ເປັນປະເທດ ສົ່ງອອກເຂົ້າ ຈັດເປັນ ອັນດັບ...

매일 업데이트 받기

하루를 시작하세요 가장 중요한 북한 이야기 코리아뉴스가 선정한

가장 인기 많은