14 C
Laos
ວັນພະຫັດ,ມັງກອນ,29
spot_img

ຂ່າວ

한국뉴스인사이트 특파원이 전하는 최신 한국 뉴스

정렬 기준

ລາວໄດ້ຮັບທຶນ 17.5 ລ້ານໂດລາສະຫະລັດ ເພື່ອເສີມສ້າງການຄຸ້ມຄອງການເງິນສາທາລະນະ

ທະນາຄານໂລກໄດ້ອະນຸມັດໂຄງການມູນຄ່າ 17.5 ລ້ານໂດລາສະຫະລັດເພື່ອຊ່ວຍລາວເສີມສ້າງລະບົບການຄຸ້ມຄອງການເງິນສາທາລະນະໂດຍຜ່ານເຄື່ອງມືດິຈິຕອນ ແລະ ປັບປຸງຄວາມສາມາດຂອງພະນັກງານ, ໂດຍມີຈຸດປະສົງເພື່ອເຮັດໃຫ້ການໃຊ້ຈ່າຍຂອງລັດຖະບານມີຄວາມໂປ່ງໃສ ແລະ ຮັບຜິດຊອບຫຼາຍຂຶ້ນ. ໂຄງການດັ່ງກ່າວ, ຊື່ວ່າ ການປັບປຸງການຄຸ້ມຄອງການເງິນສາທາລະນະຜ່ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ທັກສະ (ໄລຍະທີ II), ໄດ້ຮັບທຶນຈາກເງິນກູ້ດອກເບ້ຍຕໍ່າຈາກສະມາຄົມພັດທະນາສາກົນຂອງກຸ່ມທະນາຄານໂລກ. ອີງຕາມຖະແຫຼງການຂອງທະນາຄານໂລກ. ໄລຍະໃໝ່ນີ້ຈະຊ່ວຍໃຫ້ກະຊວງການເງິນສາມາດປັບປຸງການວາງແຜນງົບປະມານ, ການຈັດຕັ້ງປະຕິບັດ ແລະ ການລາຍງານໃນທົ່ວລັດຖະບານ. ເປົ້າໝາຍແມ່ນເພື່ອເຮັດໃຫ້ການໃຊ້ຈ່າຍຂອງລັດມີຄວາມໂປ່ງໃສຫຼາຍຂຶ້ນ ແລະ ຮັບປະກັນວ່າຂໍ້ມູນທາງດ້ານການເງິນຖືກຕ້ອງ...

ລັດຖະບານ ປະຕິບັດເກັບລາຍຮັບໄດ້ 251,910ຕື້ກວ່າກີບ ໃນໄລຍະ 5 ປີທີ່ຜ່ານມາ.

ທ່ານ ສອນໄຊ ສີພັນດອນ ລາຍງານວ່າ : ລັດຖະບານໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕາມທິດບຸກທະລຸ ແລະ ເປັນເຈົ້າຕົນເອງສູງກວ່າເກົ່າ ໂດຍການຫັນເປັນທັນສະໄໝ ໂດຍການພັດທະນາເຄື່ອງມືເກັບລາຍຮັບ ຄຽງຄູ່ກັບການຂະຫຍາຍຖານລາຍຮັບ, ເພີ່ມທະວີການກວດກາຕ້ານ ແລະ ສະກັດກັ້ນການຮົ່ວໄຫຼຂອງລາຍຮັບງົບປະມານ ເປັນຕົ້ນການລັກລອບໜີພາສີ-ຫຼົບຫຼີກອາກອນ. ພ້ອມນັ້ນ, ກໍໄດ້ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນເປັນເຈົ້າຕົນເອງຫຼາຍຂຶ້ນ ຊຶ່ງຜ່ານການປະຕິບັດບັນດາມາດຕະການດັ່ງກ່າວ ເຮັດໃຫ້ສາມາດເກັບລາຍຮັບໄດ້ເກີນແຜນ 5 ປີຊ້ອນ.ອັນພົ້ນເດັ່ນ ການຂາດດຸນງົບປະມານຫຼຸດລົງ ແລະ ກ້າວໄປສູ່ການເກີນດຸນຈາກການຂາດດຸນ...

ຈີນ “ເມືອງເຫວີນຊ່ານ” ຈັດງານເທດສະການ ຊ່ານຊີ ຄັ້ງທີ 11

ເມືອງເຫີວນຊ່ານ ເຂດປົກຄອງຕົນເອງ ທີ່ຂຶ້ນກັບນະຄອນຄຸນໝິງ ມົນທົນຢຸນນານ ຈັດງານເທດສະການ ເຫວີນຊ່ານ ຊ່ານຊີ ຂຶ້ນໃນຄືນວັນທີ 7 ພະຈິກນີ້ 2025. ໂດຍໃຫ້ກຽດກ່າວເປີດງານຂອງທ່ານ ມ່າຈົງຈຸ້ນ ຮອງເລຂາທິການພັກຄອມມຸນິດ ຄະນະກຳມະການເມືອງເຫວີນຊ່ານ ແລະ ຜູ້ວ່າການລັດຖະບານປະຊາຊົນເມືອງເຫວິນຊ່ານ ພ້ອມນັ້ນຍັງມີຫົວໜ້າ ແລະ ຮອງກົມກົງສູນບັນດາປະເທດອາຊຽນປະຈຳຄຸນໝິງ ພາກສ່ວນ ສປປລາວ ແມ່ນທ່ານ ໂພທອງ ພົງພູທອນ...

ຈີນ ເລັ່ງສ້າງເຄືອຂ່າຍທາງດ່ວນທົ່ວປະເທດ ຕາມແຜນພັດທະນາ ເສດຖະກິດ ແລະ ສັງຄົມແຫ່ງຊາດ ສະບັບທີ 14 (2021-2025)

ສຳນັກຂ່າວ ເອເອຟພີ ລາຍງານ ໃນໄລຍະແຜນພັດທະນາ ເສດຖະກິດ ແລະ ສັງຄົມແຫ່ງຊາດ ຈີນ ສະບັບທີ 14 (2021-2025), ຈີນ ພວມກ້າວໜ້າ ໃນນການພັທະນາ ເຄືອຂ່າຍທາງດ່ວນ ໃຫ້ຄວບຄຸມ ແລະ ມີປະສິດທິພາບຫລາຍຍິ່ງຂຶ້ນ, ໂດຍມີ ການເຊື່ອມໂຍງເສັ້ນທາງ ສາຍຫລັກ ລະດັບປະເທດ 33 ສາຍ...

ອົດສະຕຣາລີ ຈະໃຫ້ປະຊາຊົນ ໃຊ້ໄຟຟ້າພະລັງງານ ແສງຕາເວັນ ຟຣີ

ສຳນັກຂ່າວ ອິນໂຟເຄວສ ລາຍງານ , ທ່ານ ຄຣີສ ໂບເວນ ລັດຖະມົນຕີ ກະຊວງ ພະລັງງານ ອົດສະຕຣາລີ ເປີດເຜີຍວ່າ: ລັດຖະບານ ກຽມສະເໜີແຜນໃຫ້ ຄົວເຮືອນ ຫລາຍລ້ານຫລັງຄາ ທົ່ວປະເທດ ສາມາດໃຊ້ ໄຟຟ້າ ຈາກ ພະລັງງານ ແສງຕາເວັນໄດ້ ໂດຍບໍ່ເສຍຄ່າ ເປັນເວລາ...

ພາຍຸໄຕ້ຝຸ່ນ ຄັນແມກິ ເຮັດໃຫ້ມີຜູ້ເສຍຊີວິດ 188 ຄົນ-ສູນຫາຍ 135 ຄົນ ຢູ່ຟີລິບປິນ

ວິທະຍຸ-ໂທລະພາບ ສູນກາງຈີນ ລາຍງານ , ອີງ​ຕາມ​ ຄະ​ນະ​ກຳ​ມະການ ຫລຸດ​ຜ່ອນ​ ຄວາມ​ສ່ຽງ​ ໄພ​ພິ​ບັດ​ແຫ່ງ​ຊາດ ​ຟີ​ລິບ​ປິນ ​ລາຍ​ງານ​ ໃຫ້​ຮູ້​ວ່າ: ນັບ​ມາ​ຮອດ​ ວັນ​ທີ 7 ພະ​ຈິກ​ນີ້, ພາ​ຍຸ​ໄຕ້​ຝຸ່ນ ​ຄັນ​ແມ​ກິ(KALMAEGI) ​ ​ເຮັດ​ໃຫ້​ມີ ​ຜູ້​ເສ​ຍ​ຊີ​ວິດ 188 ຄົນ ແລະ...

ຄວາມເປັນມາຂອງການແຂ່ງຂັນກິລາຕີຄີ ໃນງານບຸນນະມັດສະການພຣະທາດຫຼວງ

ການແຂ່ງຂັນຕີຄີ ແມ່ນກິລາພື້ນເມືອງຊະນິດໜຶ່ງ ຊຶ່ງເປັນກິດຈະກຳທີ່ຈັດຂຶ້ນໃນຕອນບ່າຍມື້ສຸດທ້າຍຂອງງານບຸນນະມັດສະການພຣະທາດຫຼວງວຽງຈັນ ເພື່ອເຕົ້າໂຮມຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານ ແລະ ສ້າງຄວາມສາມັກຄີຮັກແພງລະຫວ່າງພະນັກງານລັດຖະບານ ກັບປະຊາຊົນ ພ້ອມຍັງເປັນກິດຈະກຳທີ່ສາມາດດຶງດູດຄວາມສົນໃຈຂອງມວນຊົນລາວ ແລະ ຕ່າງປະເທດເຂົ້າຊົມ ແລະ ເຊຍດັງຟົດສະນັ່ນທົ່ວສະໜາມຫຼວງ (ເດີ່ນທາດຫຼວງ). ການແຂ່ງຂັນກິລາພື້ນເມືອງນີ້ຈາກເມື່ອກ່ອນຕ້ອງຕີໃຫ້ໄດ້ໄລຍະໄກທີ່ສຸດ ຈຶ່ງຈະເປັນຜູ້ຊະນະໄດ້ພັດທະນາເປັນການແຂ່ງຂັນແບບທີມ ກະຕິກາການແຂ່ງຂັນຈຶ່ງຖືກປັບປ່ຽນໄປເປັນການຕີລູກຄີໃຫ້ເຂົ້າປະຕູຂອງອີກຝ່າຍໜຶ່ງ ໂດຍມີອຸປະກອນທີ່ເຮັດຈາກພູມປັນຍາດັ່ງເດີມ ນັ້ນກໍຄື “ໄມ້ຕີ” ທີ່ເຮັດຈາກໄມ້ໄຜ່ທີ່ມີບໍລິເວນເຫງົ້າ ຫຼື ໂຄນຕົ້ນເດ່ອອກມາເປັນຮູບຊົງໂຄ້ງ (ບາງຄົນກໍໃຊ້ໄມ້ອື່ນແທນ), ສ່ວນ “ລູກຄີ”...

ໂຄງການສ້າງສາຍສົ່ງໄຟຟ້າ ຂ້າມພົມແດນ ປະສົບຄວາມສໍາລັດແລ້ວ 16 ສາຍ ລະຫວ່າງ ຈີນ-ອາຊຽນ.

ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ພະ​ລັງ​ງານ​ສະ​ອາດ ​ຂອງ ກອງ​ປະ​ຊຸມ ​ສຸດຍອດ ​ອາ​ຊີ​ຕາ​ເວັນ​ອອກ​ ຄັ້ງ​ທີ 7 ທີ່​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຟູ​ໂຈ່ວ ​ແຂວງ​ຟູ​ຈ້ຽນ ຂອງ​ ຈີນ​ລະບຸວ່າ, ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ ​ດ້ານ​ພະ​ລັງ​ໄຟ​ຟ້າ ​ລະ​ຫວ່າງ​ ຈີນ ແລະ ອາ​ຊຽນ​ ມີ​ຄວາມ​ແໜ້ນ​ແຟ້ນກວ່າ​ເກົ່າ, ໂດຍສະເພາະແມ່ນ ການ​ສ້າ​ງສາຍສົ່ງ​ໄຟ​ຟ້າ​...

ຄຳມ່ວນ ເກັັບກ່ຽວເຂົ້ານາປີ ສຳເລັດແລ້ວ 39,300 ກວ່າເຮັກຕາເທົ່າກັບ 46,89% ຂອງເນື້ອທີ່ນາທັງໝົດ.

ປັດຈຸບັນການ ເກັບກ່ຽວເຂົ້ານາປີ (ນາຫວ່ານ ແລະ ນາດໍາ) ຂອງກະສິກອນແຂວງຄຳມ່ວນ ສໍາເລັດແລ້ວ 39.362 ເຮັກຕາ ເທົ່າກັບ 46,89% ໃນນີ້, ເຂົ້າເພື່ອເປັນສະບຽງອາຫານເກັບກ່ຽວແລ້ວ 24.946 ເຮັກຕາ ເທົ່າກັບ 45,84% ຂອງເນື້ອທີ່ເກັບກ່ຽວຕົວຈິງ, ເຂົ້າເພື່ອເປັນສິນຄ້າເກັບກ່ຽວໄດ້ 14.416 ເຮັກຕາ ເທົ່າກັບ 48,82% ຂອງເນື້ອທີ່ເກັບກ່ຽວຕົວຈິງ. ອີງຕາມຂໍ້ມູນຈາກ...

ຊາວພຸດຮ່ວມແຫ່ຜາສາດເຜິ້ງ ງານບຸນພະທາດຫຼວງວຽງຈັນ Thatluang Festival 2025

ພຸດທະສາສະນິກະຊົນລາວ ບັນດາເຜົ່າ ຮ່ວມແຫ່ຜາສາດເຜິ້ງງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025, ໃນວັນທີ 4 ພະຈິກກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ. . ພີທີແຫ່ຜາສາດເຜິ້ງໄດ້ເຕົ້າທີ່ວັດໜອງບອນ ແລ້ວແຫ່ເຂົ້າ ອ້ອມກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນການບູຊາ, ຄຸນພະພູມ, ພະທຳ ແລະ ພະສົງ ໂດຍມີຂະບວນຂອງພະສົງ ອອກໜ້າ...

매일 업데이트 받기

하루를 시작하세요 가장 중요한 북한 이야기 코리아뉴스가 선정한

가장 인기 많은