spot_img

ຂ່າວ

한국뉴스인사이트 특파원이 전하는 최신 한국 뉴스

정렬 기준

ທຣຳ ຮ່ວມເຟຣມຍິນດີກັບ ‘ສະເປນ’ ຊູຂັນແຊ້ມສະໄໝທີ 2 ເຕະບານໂລກ.

ປະທານາທິບໍດີ ໂດນັລ ທຣຳ ຂອງສະຫະລັດ ຕົກເປັນກະແສວິພາກວິຈານ ຫຼັງຈາກຍັງຢືນຢູ່ເທິງເວທີໃນລະຫວ່າງທີ່ນັກເຕະທີມຊາດສະເປນຊູຂັນ ແລະ ສະເຫຼີມສະຫຼອງແຊ້ມບານໂລກ 2026. ເຫດການດັ່ງກ່າວເກີດຂຶ້ນຫຼັງຈາກທີມຊາດສະເປນ ເອົາຊະນະ ອາເຈນຕິນາ 1-0 ໃນນັດຊີງຊະນະເລີດ ເຊິ່ງຈັດຂຶ້ນທີ່ສະໜາມ ເມັດໄລຟ໌ ສະເຕດຽມ (MetLife Stadium) ລັດນິວເຈີຊີ ສະຫະລັດ ເມື່ອວັນທີ 19 ກໍລະກົດ ຕາມເວລາທ້ອງຖິ່ນ,...

ລາວ ອອກຖະແຫຼງ ສາເຫດນັກທ່ອງທ່ຽວຕ່າງປະເທດ 6 ຄົນເສຍຊີວິດ ຍອ້ນເຫຼົ້າຜະສົມເມທານອນ ຢູ່ເມືອງວັງວຽງ ເມື່ອປີ 2024.

ໃນ ວັນທີ 17 ກໍລະກົດ 2026 ກະຊວງ ປກສ, ພັອ ຄໍາຟອງ ວົງດາລາແສນ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຖະແຫຼງຂ່າວກ່ຽວກັບກໍລະນີນັກທ່ອງທ່ຽວ ຈໍານວນໜຶ່ງ ໄປທ່ຽວຢູ່ເມືອງວັງວຽງ ແຂວງວຽງຈັນ ແລ້ວເຈັບປ່ວຍກະທັນຫັນ ແລະ ເສຍຊີວິດ ໃນໄລຍະເດືອນພະຈິກ 2024 ; ໂດຍມີ...

ຫວຽດນາມ ຈະປັບຂຶ້ນຄ່າແຮງຂັ້ນຕໍ່າສະເລ່ຍ 7,8% ຄ່າແຮງສູງສຸດແຕະ 5,7 ລ້ານດົງຕໍ່ເດືອນ ເລີ່ມນໍາໃຊ້ປີ 2070

ລັດຖະບານຫວຽດນາມ ກຽມພິຈາລະນາປັບຂຶ້ນຄ່າແຮງງານຂັ້ນຕໍ່າສະເລ່ຍ 7,8% ເຊິ່ງຈະເຮັດໃຫ້ລາຍຮັບສູງສຸດແຕະ 5,7 ລ້ານດົງຕໍ່ເດືອນ ໂດຍມີເປົ້າໝາຍເພື່ອຍົກລະດັບຄຸນນະພາບຊີວິດຂອງຊາວຜູ້ອອກແຮງງານໃຫ້ສອດຄ່ອງກັບຄ່າຄອງຊີບ ແລະ ຊຸກຍູ້ການເຕີບໂຕທາງເສດຖະກິດຂອງປະເທດ ຖ້າຫາກໄດ້ຮັບການອະນຸມັດຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2027 ນີ້. ອີງຕາມການລາຍງານຂອງສຳນັກຂ່າວ VietNam News ການປັບຂຶ້ນຄ່າແຮງງານໃນຄັ້ງນີ້ ຈະເປັນການເພີ່ມອັດຕາຄ່າຈ້າງຂຶ້ນປະມານ 310.000 ຫາ 390.000 ດົງ (ປະມານ 11,8...

ທະນາຄານໂລກ ຄາດການ ເສດຖະກິດລາວ ເຕີບໂຕຫຼຸດລົງຢູ່ທີ່ 3.8% ໃນປີ 2026

ຍ້ອນຜົນກະທົບຈາກລາຄານໍ້າມັນໂລກທີ່ຜັນຜວນ ແລະ ເງິນເຟີ້ພາຍໃນປະເທດທີ່ດີດໂຕສູງຂຶ້ນ ຊຶ່ງອາດສົ່ງຜົນກະທົບໂດຍກົງຕໍ່ກຳລັງຊື້ຂອງຄົວເຮືອນ ໂດຍສະເພາະກຸ່ມຜູ້ມີລາຍໄດ້ນ້ອຍ ພ້ອມທັງຮຽກຮ້ອງໃຫ້ລັດຖະບານເລັ່ງຮັກສາສະຖຽນລະພາບ ແລະ ສືບຕໍ່ປະຕິຮູບໂຄງສ້າງເສດຖະກິດຢ່າງຈິງຈັງ. ອີງຕາມບົດລາຍງານການຕິດຕາມສະພາບເສດຖະກິດ ຂອງ ສປປ ລາວ ສະບັບເດືອນມິຖຸນາ 2026 ພາຍໃຕ້ຫົວຂໍ້ “ການເພີ່ມທະວີຄວາມຄືບໜ້າໃນການປະຕິຮູບທ່າມກາງຄວາມຜັນຜວນ” ລະບຸວ່າ ເຖິງແມ່ນວ່າ ສປປ ລາວ ຈະສາມາດປັບປຸງສະຖານະພາບເສດຖະກິດມະຫາພາກໃຫ້ດີຂຶ້ນໃນຕົ້ນປີນີ້ ໂດຍມີຄັງສຳຮອງເງິນຕາຕ່າງປະເທດ ເຖິງ 4.2 ຕື້ໂດລາສະຫະລັດໃນເດືອນມີນາທີ່ຜ່ານມາ...

ອາຊຽນ-ຈີນ ເປັນຄູ່ຄ້າໃຫຍ່ທີ່ສຸດ ຂະຫຍາຍໂຕສະເລ່ຍ 1 ພັນຕື້ໂດລາຕໍ່ປີ.

ອາຊຽນ-ຈີນ ໄດ້ກ້າວຂຶ້ນເປັນຄູ່ຄ້າໃຫຍ່ທີ່ສຸດຂອງກັນ ແລະ ກັນມາຫລາຍປີຕິດຕໍ່ກັນ ດ້ວຍມູນຄ່າການຄ້າຮ່ວມກັນ ສະເລ່ຍທີ່ຄາດໄວ້ສູງກວ່າ 1 ພັນຕື້ໂດລາ ສະຫະ ລັດຕໍ່ປີ, ທ່າມກາງ ເສດຖະກິດໂລກຜະເຊີນກັບ ຄວາມບໍ່ແນ່ນອນ ຈາກຄວາມຂັດແຍ່ງ ທາງພູມສາດການ ເມືອງ, ການກີດກັ້ນທາງການຄ້າ ແລະ ຄວາມຜັນຜວນຂອງ ຕະຫລາດໂລກ, ແຕ່ ການພົວພັນທາງການຄ້າ ລະຫວ່າງອາຊຽນ-ຈີນຍັງຂະຫຍາຍໂຕຟົດຟື້ນຢ່າງຕໍ່ເນື່ອງ. ຕໍ່ກັບທ່າອ່ຽງນັ້ນໄດ້ເກີດມີ ຄໍາຖາມວ່າເປັນຫຍັງການຮ່ວມມື ດ້ານການຄ້າອາຊຽນ-ຈີນຈຶ່ງເຂັ້ມແຂງແທ້?...

ໂດນັລ ທຣຳ ປະກາດຄຸມຊ່ອງແຄບຮໍມຸດ ພ້ອມເກັບຄ່າຜ່ານທາງ 20% ຕັດອີຣ່ານອອກຈາກລະບົບການຄ້າໂລກ

ໂດນັລ ທຣຳ ປະກາດຄວບຄຸມຊ່ອງແຄບຮໍມຸດ ພ້ອມເກັບຄ່າຜ່ານທາງ 20% ເພື່ອສະກັດກັ້ນອີຣ່ານຂັ້ນເດັດຂາດ. ມາດຕະການນີ້ໄດ້ສົ່ງຜົນກະທົບຢ່າງຮຸນແຮງຕໍ່ເສດຖະກິດໂລກທັນທີ ເຮັດໃຫ້ລາຄານ້ຳມັນດິບເພີ່ມຂຶ້ນເກືອບ 10% ແລະ ສ້າງຄວາມສ່ຽງຕໍ່ການເກີດສົງຄາມຂະໜາດໃຫຍ່. ການປະກາດຫຼ້າສຸດຂອງຜູ້ນຳສະຫະລັດ ຖືເປັນການປ່ຽນແປງຈຸດຢືນທາງດ້ານພູມສາດການເມືອງທີ່ສຳຄັນທີ່ສຸດຄັ້ງໜຶ່ງ. ໂດຍທ່ານ ທຣຳ ໄດ້ລະບຸວ່າ ສະຫະລັດຈະຕັ້ງຕົວເປັນ “ເທວະດາຜູ້ພິທັກ” ເພື່ອຄວບຄຸມຊ່ອງແຄບຮໍມຸດ ແລະ ຮຽກຮ້ອງຄ່າຊົດເຊີຍໃນການປົກປ້ອງການເດີນເຮືອໃນອັດຕາ 20% ຂອງມູນຄ່າສິນຄ້າ. aljazeera ລາຍງານ ທ່ານ...

ADB ຄາດຄະເນອັດຕາການເຕີບໃຫຍ່ຂອງເສດຖະກິດ ອາຊີ ໄວ້ໃນລະດັບ 4.6% ໃນປີ 2026

ທະນາຄານພັດທະນາອາຊີ ຫລື ADB ຫລຸດຄາດຄະເນການຂະຫຍາຍຕົວທາງເສດຖະກິດປີ 2026 ຂອງກຸ່ມປະເທດກໍາລັງພັດທະນາໃນພາກພື້ນອາຊີຕາເວັນອອກສຽງໃຕ້ມາຢູ່ 4.6% ເນື່ອງຈາກໄດ້ຮັບຜົນກະທົບຈາກຄວາມຂັດແຍ່ງໃນພາກພື້ນຕາເວັນອອກກາງທີ່ສົ່ງຜົນເຮັດໃຫ້ລາຄາພະລັງງານ ແລະ ອາຫານໃນຕະຫລາດໂລກເພີ່ມສູງຂຶ້ນ ຈົນກາຍເປັນແຮງກົດດັນຕໍ່ອັດຕາເງິນເຟີ້ທົ່ວພາກພື້ນ. ສໍາລັບປະເທດລາວ, ADB ຄາດຄະເນອັດຕາການເຕີບໃຫຍ່ທາງເສດຖະກິດໄວ້ໃນລະດັບ 4.0% ໃນປີ 2026 ແລະ 4.5% ໃນປີ 2027. ຂະນະທີ່ຫວຽດນາມຍັງຮັກສາຕໍາແໜ່ງເສດຖະກິດເຕີບໃຫຍ່ໄວທີ່ສຸດໃນພາກພື້ນ ໂດຍມີແຮງຂັບເຄື່ອນຈາກການຂະຫຍາຍຕົວຢ່າງຕໍ່ເນື່ອງໃນຂະແໜງການຜະລິດ, ການສົ່ງອອກ ແລະ...

ປາແລັສຕິນ “State of Palestine ” ກຽມເລືອກຕັ້ງຄັ້ງທໍາອິດໃນຮອບ 20 ປີ.

ລັດປາແລັສຕິນ (State of Palestine) ຕັ້ງຢູ່ໃນຕາເວັນອອກກາງ ປະກອບດ້ວຍເຂດເວັສຕ໌ແບັງ (West Bank) ແລະເຂດກາຊາ (Gaza Strip) ເປັນປະເທດຜູ້ສັງເກດການຂອງອົງການສະຫະປະຊາຊາດ ທີ່ໄດ້ຮັບການຮັບຮອງຈາກ 144 ປະເທດທົ່ວໂລກ. ປັດຈຸບັນກຳລັງຢູ່ໃນຂັ້ນຕອນການສ້າງສະຖຽນລະພາບ ພາຍຫຼັງຂໍ້ຕົກລົງຢຸດຍິງ ເຊິ່ງກຸ່ມຮາມັດ (Hamas) ປະກາດຖອນຕົວຈາກການບໍລິຫານເຂດກາຊາ ເພື່ອມອບອຳນາດໃຫ້ແກ່ອົງການປົກຄອງປາແລັສຕິນ (Palestinian Authority) ດຳເນີນການປົກຄອງແບບເຕັກໂຄຣແຄຣັດຊົ່ວຄາວ ຕາມແຜນສັນຕິພາບທີ່ສະຫະລັດອາເມລິກາເປັນຜູ້ໄກ່ເກ່ຍ. ທ່ານ...

ໄຕ້ຫວັນ ປິດໂຮງຮຽນ ແລະ ຢຸດການຊື້ຂາຍຫຸ້ນ ເພື່ອຮັບມືຜົນກະທົບຈາກພາຍຸ “ບາວີ”

ໄຕ້ຫວັນປະກາດຢຸດການຊື້ຂາຍໃນຕະຫລາດຫລັກຊັບວັນທີ 10 ກໍລະກົດ ແລະ ສັ່ງປິດໂຮງຮຽນ ເນື່ອງຈາກພາຍຸໄຕ້ຝຸ່ນບາຫວີ່ (Bavi) ເຄື່ອນທີ່ເຂົ້າໃກ້ເກາະໄຕ້ຫວັນ ໂດຍຄາດວ່າພາຍຸທີ່ມີຂະໜາດໃຫຍ່ຫົວນີ້ຈະເຮັດໃຫ້ເກີດຝົນຕົກໜັກເປັນບໍລິເວນກວ້າງໃນເວລາເຄື່ອນທີ່ສູ່ປະເທດຈີນ. ສູນເຕືອນໄພໄຕ້ຝຸ່ນຮ່ວມຂອງອາເມລິກາ (US Joint Typhoon Warning Center) ລະບຸວ່າ: ເວລານີ້ພາຍຸບາຫວີ່ຢູ່ຫ່າງຈາກເກາະໂອກິນາວາຂອງຍີ່ປຸ່ນໄປທາງໃຕ້ປະມານ 713 ກິໂລແມັດ ແລະ ກໍາລັງເຄື່ອນທີ່ໄປທາງທິດຕາເວັນຕົກສຽງເໜືອມຸ່ງໜ້າສູ່ທາງຕາເວັນອອກຂອງຈີນ ໂດຍພາຍຸຫົວນີ້ມີຄວາມໄວລົມສູງສຸດ 157 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງທຽບເທົ່າພາຍຸເຮີລິເຄນລະດັບ...

ລາວ ລົງນາມເປັນຄູ່ຮ່ວມເຈລະຈາ ຂອງອົງການຮ່ວມມືຊຽງໄຮ້ ( SCO ) ໃນວັນທີ 10 ກໍລະກົດ 2026.

ໃນຕອນເຊົ້າຂອງວັນທີ 10 ກໍລະກົດນີ້ ທີ່ ສໍານັກງານໃຫຍ່ ອົງການຮ່ວມມືຊຽງໄຮ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະ ແລະ ເຮັດວຽກກັບທ່ານ ນູຣລານ ເຢຍເມັກບາຢຽບ (Nurlan Yermekbayev) ເລຂາທິການໃຫຍ່ອົງການ SCO ແລະ...

매일 업데이트 받기

하루를 시작하세요 가장 중요한 북한 이야기 코리아뉴스가 선정한

가장 인기 많은